
ງາມ ແລະ ໃຈບຸນອີກແລ້ວ ໝໍແໜ່ງ ມອບເຄື່ອງອຸປະກອນການແພດ ໃຫ້ແຂວງ ອຸດົມໄຊ
December 15, 2022ມື້ນີ້ມີໂອກາດມາຢາມອຸດົມໄຊ ງາມຈານີ້ໂອ~
ເລີຍໄດ້ຖືໂອກາດມອບເຄື່ອງອຸປະກອນການແພດ ທີ່ໄດ້ຈາກການປະມູນ ເສື້ອໄຫມມືສອງທີ່ທຸກຄົນອຸດຫນຸນເດີ້
ອຸດົມໄຊເປັນເຂດພູດອຍກວມ 85 % ການໄປມາ
ໂຮງຫມໍກໍ່ລຳບາກຫລາຍ ຈາກບ້ານຫາໂຮງຫມໍນ້ອຍ,ສຸກສາລາ ເສັ້ນທາງຂາດເປ່ເພ່ ສຸກສາລາກໍ່ຍັງຂາດແຄນອຸປະກອນການແພດ ເຮັດໃຫ້ອັດຕາການຕາຍຂອງແມ່ແລະເດັກນ້ອຍຍັງສູງ ແນ່ງເລີຍເລືອກຕາມງົບນ້ອຍນ້ອຍຂອງໂຕເອງ :
1. ຊຸດຊ່ວຍເກີດລູກ 1 ຊຸດ
2.ຊຸດຊ່ວຍຫາຍໃຈເດັກ 1 ຊຸດ
3.ເຄື່ອງແທກຄວາມດັນ 1 ເຄື່ອງ
4.ເຄື່ອງແທກອົກຊີ 1 ເຄື່ອງ
*ອຸປະກອນຊຸດນ້ອຍນີ້ຫວັງວ່າຊິຊ່ວຍຊີວິດໃຜຈັກຄົນຫນຶ່ງເນີ້
ໂອກາດຕໍ່ໄປຖ້າມີຫລາຍກ່ອນນີ້ ຈະມາອີກເດີ້
ມີຫນ້ອຍໃຫ້ຫນ້ອຍ ມີຫລາຍກ່ອນນີ້ກໍ່ຈະໃຫ້ຫລາຍກ່ອນນີ້
ພໍ້ກັນໃຫມ່ເນີ້ , ທຸກຄົນທີ່ ຊື້ເຄື່ອງໄປກໍ່ເປັນສ່ວນຫນຶ່ງຂອງງົບປະມານນີ້ເດີ້
ທຸທຸ