
ມອບລາງວັນ ແກ່ຜູ້ຊະນະເລີດ ການແຂ່ງ ຂັນ 90 ວັນປ່ຽນຮຸ່ນ ປ່ຽນຂະໜາດ
December 14, 2022ຂປລ.ໃນວັນທີ 10 ທັນວາ 2022 ຜ່ານມານີ້, ບໍລິສັດ Unicity, Core Success System ແລະ ສູນອອກກຳລັງກາຍ ວີໄອພີ (VIP) ໄດ້ມອບລາງວັນໃຫ້ແກ່ຜູ້ຊະນະເລີດການແຂ່ງຂັນໃນໂຄງການ 90 ວັນປ່ຽນຮຸ່ນ, ປ່ຽນຂະໜາດ ເຊິ່ງຜູ້ຊະນະເລີດໄດ້ແກ່ ທ່ານ ຄຳເພົ້າ ບົວພັນ ເຈົ້າຂອງຫ້ອງເສື້ອຄຳເພົ້າສັ່ງໄດ້, ຕາງໜ້າມອບໂດຍທ່ານ ໄພລິນ ພະມອນວິສຸດທິສັກ ຜູ້ກໍ່ຕັ້ງລະບົບ Core Success System ທັງເປັນ Presidential Diamond Unicity International, ມີ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ການແຂ່ງຂັນດັ່ງກ່າວ, ຈັດໂດຍບໍລິສັດ Unicity, Core Success System ແລະ ສູນອອກກຳລັງກາຍ VIP ໂດຍເລີ່ມມາແຕ່ເດືອນກັນຍາ 2022, ມີຜູ້ເຂົ້າຮ່ວມຫລາຍກວ່າ 100 ຄົນ ເຊິ່ງຜູ້ຊະນະເລີດການແຂ່ງຂັນໄດ້ຮັບເງິນລາງວັນ ມູນຄ່າ 50 ລ້ານກີບ.
ທ່ານ ຄຳເພົ້າ ບົວພັນ ກ່າວວ່າ: ຕົນເອງມີຄວາມພາກພູມໃຈ ແລະ ດີໃຈຫລາຍ ທີ່ໄດ້ເຂົ້າຮ່ວມກິດຈະກຳທີ່ດີ ແລະ ມີຜົນປະໂຫຍດຕໍ່ສຸຂະພາບ ເຮັດໃຫ້ຮ່າງກາຍແຂງແຮງ, ຮຸ່ນດີ, ສຸຂະພາບດີ, ບຸກຄະລິກດີ. ຜ່ານການແຂ່ງຂັນ ໃນໄລຍະເວລາ 90 ວັນ ເຮັດໃຫ້ຕົນເອງສາມາດຫລຸດນ້ຳໜັກໄດ້ເຖິງ 13 ກິໂລ ຈາກນ້ຳໜັກເດີມ 85 ກິໂລ ເຫລືອ 72 ກິໂລ.
ທ່ານ ຄຳເພົ້າ ບົວພັນ ຍັງໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ທີ່ຈັດກິດຈະກຳດັ່ງກ່າວຂຶ້ນ ເຊິ່ງເປັນໂຄງການທີ່ຊ່ວຍສົ່ງເສີມ ໃຫ້ຄົນໃນສັງຄົມ ໄດ້ຫັນມາໃສ່ໃຈການຮັກສາສຸຂະພາບ ແລະ ຮັບປະທານອາຫານເພື່ອສຸຂະພາບຫລາຍຂຶ້ນ; ພິເສດຂ້າພະເຈົ້າ ຂໍຂອບໃຈມາຍັງຄະນະກຳມະການ ທີ່ຕັດສິນການແຂ່ງຂັນໃນຄັ້ງນີ້ ທີ່ຖືວ່າຕັດສິນດ້ວຍຄວາມໂປ່ງໃສທີ່ສຸດ ເພາະວ່າໄດ້ມີການສົ່ງທີມແພດໝໍ ມາຕິດຕາມກິດຈະກຳເຄື່ອນໄຫວການຫລຸດນ້ຳໜັກ ແລະ ກວດສຸຂະພາບຂອງຜູ້ເຂົ້າຮ່ວມແຂ່ງຂັນເປັນໄລຍະ ແລະ ມີການບັນທຶກສະຖິຕິການຫລຸດນ້ຳໜັກ ທີ່ຜູ້ເຂົ້າຮ່ວມແຂ່ງຂັນສາມາດປະຕິບັດໄດ້ຢ່າງຊັດເຈນທີ່ສຸດ.