
10 ເຫດຜົນທີ່ຄວນໄປຮຽນຕໍ່ຕ່າງປະເທດ! ອ່ານເດີ້ນ້ອງໆ
October 31, 202210 ເຫດຜົນທີ່ຄວນໄປຮຽນຕໍ່ຕ່າງປະເທດ ຈາກ Thip Talk Tour
1 Improve your language skills (ພັດທະນາການນໍາໃຊ້ພາສາຕ່າງປະເທດ)
– ເຫດຜົນຫຼັກທີ່ຄວນໄປຮຽນຕ່າງປະເທດກໍຄື ການພັດທະນາທັກສະການເວົ້າ, ຂຽນ, ອອກສຽງ ເເລະ ການຟັງ ພາສາຕ່າງປະເທດ
– ພາສາຕ່າງປະເທດ ອາດຈະຮຽນຍາກເເລະມີຄວາມທ້າທາຍ ເພາະບໍ່ເເມ່ນພາສາທີ່ເຮົາໃຊ້ໃນຊີວິດປະຈໍາວັນ ເເຕ່ຖ້າເຮົາໄດ້ໄປຢູ່ໃນເເລດລ້ອມນັ້ນ ກໍຈະບັງຄົບໃຫ້ເຮົາຕ້ອງປັບໂຕເເລະໄດ້ໃຊ້ພາສານັ້ນຢູ່ຕະຫຼອດ
2 Become independent(ການທີ່ເຮົາໄດ້ໃຊ້ຊີວິດຢູ່ດ້ວຍໂຕເອງ)
– ການທີ່ໄປຮຽນຕໍ່ຕ່າງປະເທດ ເເມ່ນເຮົາໄດ້ເເຍກໂຕອອກຈາກຄອບຄົວ. ສະນັ້ນ,ຕ້ອງໄດ້ດູເເລໂຕເອງ ເເລະ ພຶ່ງພາໂຕເອງໃຫ້ໄດ້ ໄດ້ມີເວລາໃຊ້ຊີວິດ ເເລະ ຮຽນຮູ້ໂລກພາຍນອກຫຼາຍຂຶ້ນ ເປັນຕົ້ນ: ເຮັດອາຫານ, ມ້ຽນຫ້ອງ, ຊັກເຄື່ອງ …
– ອາດຈະຍຸ້ງຍາກໃນຊ່ວງທໍາອິດເເຕ່ທິບເຊື່ອວ່າ ມັນຈະໃຫ້ບົດຮຽນໃນການໃຊ້ຊີວິດເພື່ອໄປນໍາໃຊ້ໃນອະນາຄົດຂອງພວກເຮົາເເນ່ນອນ
3 See the outside world (ເປີດກ້ວາງ ເເລະ ຮຽນຮູ້ໂລກພາຍນອກຫຼາຍຂຶ້ນ)
– ການໄປຮຽນຕ່າງເເດນ ບໍ່ໄດ້ມອບເເຕ່ບົດຮຽນໃນຮົ້ວໂຮງຮຽນ ເເຕ່ຍັງມອບປະສົບການຫຼາຍຢ່າງ ເຮັດໃຫ້ຮູ້ເຖິງການໃຊ້ຊີວິດ, ອາຫານ, ການກິນຢູ່ ທີ່ເເຕກຕ່າງ, ພົບສະຖານທີ່ໃໝ່ໆ ເເລະ ທ່ອງທ່ຽວບ່ອນທີ່ບໍ່ໄດ້ໄປ
4 Career Opportunities (ໂອກາດໃນການຊອກວຽກງ່າຍຂຶ້ນ)
– ການທີ່ໄດ້ໃບຢັ້ງຢືນ ຫຼື ໃບປະກາດຈົບມາເເຕ່ຕ່າງປະເທດຈະຊ່ວຍເພີ່ມຄວາມຫນ້າເຊື່ອຖື ເເລະ ຊ່ວຍໃຫ້ເຮົາມີຈຸດພິເສດເຮັດໃຫ້ຫົວຫນ້າສົນໃຈ ເພາະໂຮງຮຽນນານາຊາດຢູ່ຕ່າງປະເທດເເມ່ນມອບການຮຽນຄຸນນະພາບ
5 Experience new cultures (ຮຽນຮູ້ວັດທະນະທໍາໃໝ່ໆ)
– ພວກເຮົາຈະໄດ້ພົບປະ ເເລະ ຮຽນຮູ້ວັດທະນະທໍາໃໝ່ຈາກໝູ່ເພື່ອນ ເເລະ ຄົນທ້ອງຖິ່ນຂອງປະເທດນັ້ນ ເຮັດໃຫ້ເຮົາຮູ້ມຸມມອງ, ການໃຊ້ຊີວິດ ເເລະ ວິຖີຊີວິດການເປັນເປັນຢູ່ທີ່ຫຼາກຫຼາຍ
6 Meet new friends (ສ້າງມິດຕະພາບ ເເລະ ພົບເຈິໝູ່ໃຫມ່)
– ຫຼາຍຄົນຢ້ານທີ່ຈະໄປຮຽນຕໍ່ຄົນດຽວ ເເຕ່ທິບບອກເລີຍວ່າມັນເປັນປະສົບການດີໆທີ່ຈະເຮັດໃຫ້ເຮົາໄດ້ໄປຢູ່ໃນສະພາບເເວດລ່ອມໃຫມ່ ເເລະ ຍັງມີໝູ່ໃຫມ່ບໍ່ວ່າຈະໃນຫ້ອງຮຽນ ຫຼື ນອກສະຖານທີ່
– ຄົນຕ່າງປະເທດສ່ວນຫຼາຍເເມ່ນຈະ friendly, ເຮົາໄປຮຽນຕໍ່ກໍສາມາດ make friends ເເບບບໍ່ຕ້ອງພະຍາຍາມຫຍັງເລີຍເພາະ ເວລາທີ່ເຫັນຄົນທັກສະນະຄະຕິຄ້າຍໆກັນ ມັນກໍຈະດຶງດູດເຂົ້າຫາກັນເອງ
7 Experience a different education method (ໄດ້ລອງຮຽນຮູ້ ທັກສະການຮຽນ+ສອນເເບບໃຫມ່)
– ອີກ 1 ຂໍ້ດີຂອງການຮຽນຕ່າງປະເທດກໍຄື ວິທີການສອນທີ່ຕ່າງຈາກປະເທດເຮົາເອງ ເຮັດໃຫ້ເຮົາໄດ້ລອງພົບກັບຄວາມທ້າທາຍໃຫມ່ໆ
8 Find new interests (ຄົ້ນຫາສິ່ງທີ່ໃຫມ່ໆໂຕເອງມັກ)
– ເຮົາຈະໄດ້ລອງເຮັດກິດຈະກໍາໃຫມ່ໆຢ່າງເຊັ່ນ ຫຼິ້ນກິລາ, ເຮັດອາຫານ, ເບິ່ງຫນັງ, ໄປຄອນເສີດ. ການທີ່ເຮົາໄດ້ລອງເຮັດສິ່ງໃຫມ່ ອາດເຮັດໃຫ້ເຮົາຄົ້ນພົບສິ່ງທີ່ໂຕເອງມັກ.
9 Create a memorable experience and gain life experience (ສ້າງຄວາມຊົງຈໍາເເລະບົດຮຽນດີດີ)
– ເປັນປະສົບການໃຫມ່ໆທີ່ຈະເກັບຢູ່ໃນຄວາມຊົງຈໍາເຮົາ ວ່າຄັ້ງຫນຶ່ງໃນຊີວິດເຮົາໄດ້ມີໂອກາດໄປຮຽນທີ່ຕ່າງປະເທດ
10 Become an adult (ຮູ້ຈັກທີ່ຈະເປັນຜູ້ໃຫຍ່ຂຶ້ນ)
– ການທີ່ເຮົາໄດ້ໄປໃຊ້ຊີວິດຫ່າງຈາກຄອບຄົວ ຈະເຮັດໃຫ້ເຮົາຕ້ອງປັບໂຕເເລະເຮັດທຸກຢ່າງດ້ວຍໂຕເອງ ເຊິ່ງຈະເຮັດໃຫ້ເຮົາຮູ້ຄຸນຄ່າຂອງເວລາ ເເລະ ຫນ້າທີ່ໂຕເອງທີ່ຕ້ອງຮັບຜິດຊອບ