ຕ້ອນຮັບກັບບ້ານຢ່າງອົບອຸ່ນ ນັກກິລາ ອີສະປອດລາວ ຫຼັງຍາດໄດ້ທີ 3 ຂອງໂລກ ກິລາອີສະປອດ ທີ່ ບາຫຼີ, ປະເທດອິນໂດເນເຊຍ

ຕ້ອນຮັບກັບບ້ານຢ່າງອົບອຸ່ນ ນັກກິລາ ອີສະປອດລາວ ຫຼັງຍາດໄດ້ທີ 3 ຂອງໂລກ ກິລາອີສະປອດ ທີ່ ບາຫຼີ, ປະເທດອິນໂດເນເຊຍ

December 12, 2022 Off By FC

ໃນຕອນບ່າຍຂອງ ວັນທີ 12 ທັນວາ 2022 ນັກກິລາ ອີສະປອດ ທີມຊາດລາວ ໄດ້ເດີນທາງມາຮອດ ສະໜາມບິນສາກົນວັດໄຕ ນະຄອນຫຼວງ ວຽງຈັນ ແລະ ໄດ້ຖືກຕ້ອນຮັບຢ່າງອົບອຸນ ພາຍຫຼັງທີ່ສ້າງປະຫວັດສາດໜ້າໃໝ່ຂອງວົງການ ອີສະປອດລາວ ໂດຍການຄວ້າອັນດັບທີ 3 ຂອງໂລກ ມາຄອງ ໃນລາຍການ ແຂ່ງຂັນ Esports ຊິງແຊ້ມໂລກ ຄັ້ງທີ 14 ທີ່ ບາຫຼີ, ປະເທດອິນໂດເນເຊຍ ປະເພດເກມ Dota2 ແລະ ໄດ້ຮັບເງິນລາງວັນ 20.000 ໂດລາສະຫະລັດ ຫຼື ປະມານ 340 ລ້ານກວ່າກີບ.


ທ່ານ ໂຈນາທານ ສິຣິສັກດາ, ປະທານສະຫະພັນ ກິລາອີສະປອດ ແຫ່ງຊາດລາວ ກ່າວວ່າ: ພວກເຮົາດີໃຈຫຼາຍທີ່ສາມາດສ້າງປະຫວັດສາດໃຫ້ກັບວົງການກິລາອີສະປອດມາໄດ້ ເຊິ່ງເກີນຄວາມຄາດໝາຍທີ່ພວກເຮົາໄດ້ຕັ້ງເອົາໄວ້, ເຖິງວ່າຈະມີຫຼາກຫຼາຍບັນຫາເກີດຂຶ້ນກ່ອນການແຂ່ງຂັນ ແຕ່ພວກເຮົາວກໍຜ່ານຜ່າມັນມາໄດ້, ການທີ່ໄດ້ອັນດັບທີ່ສາມ ແມ່ນເຮັດໃຫ້ພວກເຮົາມີໂອກາດເຂົ້າໄປຮ່ວມແຂ່ງຂັນໃນລາຍການຕໍ່ໄປທີ່ ປະເທດຊາອຸດິ ອາຣະເບຍ ທີ່ມີຍອດເງິນລາງວັນລວມສູງເຖິງ 10 ລ້ານໂດລາສະຫະລັດ.

.

.


ສະນັ້ນ, ຢາກຂອງໃຈທາງ ພັກ-ລັດ, ກະຊວງສຶກສາທິການ ແລະ ກິລາ, ກົມກິລາລະດັບສູງ, ສະຫະພັນ ອີສະປອດ ນາໆຊາດ ທີ່ເຮັດໃຫ້ພວກເຮົາໄດ້ມີບົດບາດໃນເວທີລະດັບນາໆຊາດ ແລະ ໄດ້ໂຊສັກກະຍະພາບຂອງນັກກິລາລາວອອກມາໄດ້ເຕັມທີ່ ໃຫ້ຊາວໂລກໄດ້ຮັບຮູ້ວ່າ ລາວ ບໍ່ແພ້ຊາດໃດໃນໂລກ.