ສຸດທ້າຍກະມາຮອດມື້ນີ້ ສ້າງນຳກັນມາຈົນມີທຸກຢ່າງ ຊີວິດຄູ່ຖ້າຢູ່ກັນບໍ່ມີຄວາມສຸກກະປ່ອຍ ຈົບຮັກຊີວິດຄູ່ 10 ປີ

ສຸດທ້າຍກະມາຮອດມື້ນີ້ ສ້າງນຳກັນມາຈົນມີທຸກຢ່າງ ຊີວິດຄູ່ຖ້າຢູ່ກັນບໍ່ມີຄວາມສຸກກະປ່ອຍ ຈົບຮັກຊີວິດຄູ່ 10 ປີ

December 12, 2022 Off By FC

ຈາກໂພສ Jen’jan Nee ສຸດທ້າຍແລ້ວກະມາຮອດມື້ນີ້ຈົນໃດ້
24.11.2012-11.12.2022 (ໄລຍະເວລາ10ກວ່າປີທີ່ເຮົາໃດ້ໄຊ້ຊີວິດຄູ່) (ແລະອີກ4ປີປາຍໆທີ່ເຮົາມີປັນຫາກັນບໍ່ເຂົ້າໃຈກັນ)ມັນຈົບລົງແລ້ວ


ບໍ່ມີໃຜຢາກໃຫ້ເລື່ອງນີ້ມັນເກີດຂື້ນ ຂ້ອຍຄິດວ່າເຮົາ2ຄົນກະຄືຊິພະຍາຍາມສຸດໆແລ້ວທີ່ຊິປະຄອງໃຫ້ມັນເຖິງຝັນແຕ່ມັນກະບໍ່ລອດ
ໄລຍະເວລາ 4-5 ປີມານີ້ ຂ້ອຍບໍ່ຮູ້ວ່າອີຫຍັງເຮັດໃຫ້ເຮົາ2ຄົນຕ້ອງເປັນແບບນີ້ ມັນຍ້ອນຫຍັງເຫດຜົນຫຍັງ ເຮົາບໍ່ປິ່ນໜ້າເວົ້າກັນ ບໍ່ເຄີຍຖາມຖາມໄຖ່ກັນ ບໍ່ເຄີຍປືກສາກັນ ບໍ່ມີແມ້ແຕ່ຕຳຖາມແລະກະຄຳຕອບໃຫ້ກັນ


(ເຮົາ2ຄົນຜິດຍ່າງ1ທີ່ບໍ່ເປີດໃຈເວົ້າກັນບໍ່ປິ່ນໜ້າຫາກັນບໍ່ເວົ້າຕົງໆຕ່າງຄົນຕ່າງກະມີມຸມມອງຂອງໃຜຂອງລາວ)
ຂ້ອຍຂໍໂທດ ທີ່ບໍ່ສາມາດທົນຢູ່ກັບຄວາມເສີຍຊາຂອງເຈົ້າໃດ້ອີກ…ໄລຍະເວລາ4-5ປີນີ້ຂ້ອຍວ່າມັນກະຫຼາຍພໍແລ້ວສັບລັບຜູ້ຍິງຄົນ1 ທີ່ຖືກລະເລີຍທາງກາຍທາງໃຈ ທັງຄວາມຮູ້ສືກ ແລະອີກຫຼາຍໆຢ່າງທີ່ຜູ້ຊາຍບໍ່ເຂົ້າໃຈ


ຂ້ອຍບໍ່ເຄີຍໂທດເຈົ້າເລີຍ ຂ້ອຍໂທດໂຕເອງທີ່ດີບໍ່ພໍສຳລັບເຈົ້າທີ່ເຂັ້ມແຂງບໍ່ພໍ ບໍ່ສາມາດປະຄັບປະຄອງຊີວິດຄູ່ເຮົາໃປໃດ້ອີກ ເລື່ອງແບບທີ່ບໍ່ມີຜູ້ຍິງຄົນໃດຢາກເປັນ…!!!ສ້າງນຳກັນມາຈົນມີທຸກຢ່າງ/ມີທຸກຢ່າງແລ້ວແຕ່ເຮົາ2ຄົນບໍ່ມີຄວາມສຸກ


ບາງຢ່າງໃນໃຈຂ້ອຍ ຂ້ອຍເມື່ອຍ ເມື່ອຍທີ່ຕ້ອງສະແດງໃຫ້ຄົນອື່ນເຫັນແລ້ວວ່າເຮົາຍັງມີຄວາມສຸກດີ ເປັນຄອບຄົວທີ່ອົບອຸ່ນ ວ່າຍັງຮັກກັນ ທັງໆທີ່ໃຈເຈົ້າກະຮູ້ດີໃຈຂ້ອຍກະຮູ້ດີ ວ່າມັນເປັນຄືເກົ່າບໍ່ໃດ້ແລ້ວ


ອ້າຍສຳລັບຂ້ອຍເຈົ້າດີທຸກຢ່າງເດີເຈົ້າເຮັດໜ້າທີ່ພໍ່ໃດ້ດີ ເຈົ້າມັກເຮັດມັກຫາ ມັກສ້າງມັກສາ ຂ້ອຍຄິດໃວ້ໃນໃຈວ່າຄືຊິບໍ່ມີໃຜດຸຊ່ຳເຈົ້າອີກແລ້ວ ຄືຊິບໍ່ພໍ້ຄົນແບບເຈົ້າອີກແລ້ວ ແຕ່ແນວໃດຂ້ອຍຍັງຄົບລົບຮັກແພງເຈົ້າຄືເກົ່າ
ເປັນຜົວເມຍກັນບໍ່ໃດ້ກະເປັນພໍ່ແມ່ທີ່ດີຂອງລູກເດີອ້າຍ ນັບແຕ່ມື້ນີ້ເລື່ອງລູກມີຫຍັງໃຫ້ເຮົາເວົ້າກັນເດີຂ້ອຍບໍ່ສາມາດເວົ້າຕໍ່ໜ້າເຈົ້າໃດ້ໃຈເຈົ້າກະຮູ້ວ່າເຮົາ 2 ຄົນບໍ່ໃດ້ຕ້ອງການແບບນີ້


ເຈົ້າກະຮູ້ຕະຫຼອດເວລາ 10 ປີມານີ້ຂ້ອຍບໍ່ເຄີຍຮຽກຮ້ອງຫຍັງຈາກເຈົ້າເລີຍ ບໍ່ວ່າຊິເປັນເງິນຄຳໃຫ້ຂ້ອຍກະເອົາບໍ່ໃຫ້ຂ້ອຍກະບໍ່ເຄີຍວ່າ (ແຕ່ໃນສິ່ງທີ່ເຈົ້າບໍ່ຮູ້ຂ້ອຍກະແຄ່ຢາກໃຫ້ເຈົ້າແຄຮຂ້ອຍແນ່ແຄຄວາມຮູ້ສືກຂ້ອຍແນ່ຢ່າຖິ້ມຂ້ອຍຫຼາຍຢ່າຖິ້ມໃຫ້ຂ້ອຍຢູ່ຄົນດຽວຫຼາຍ ຂ້ອຍກະແຄ່ຜູ້ຍິງຄົນ1ບາງທີມັນກະບໍ່ໃດ້ເຂັ້ມແຂງຂະໜາດນັ້ນ)
ຮູ້ຢູ່ວ່າເວົ້າໃປກະມັນເອົາຫຍັງກັບມາບໍ່ໃດ້ ແຕ່ຂ້ອຍກະຢາກໃຫ້ເຈົ້າຮູ້ໃວ້ຜູ້ຍິງເຂົາບໍ່ໃດ້ຕ້ອງການຫຍັງຈາກຜູ້ຊາຍຫຼາຍນອກຈາກຄວາມຮັກແລະຄວາມໃສ່ໃຈ


ສຸດທ້າຍແລ້ວບຸນຂ້ອຍມັນຮອດແຕ່ເຈົ້າຊ່ຳນີ້ຢູ່ເປັນຜົວເມຍບໍ່ໃດ້ກະເປັນອ້າຍນ້ອງກັນເອົາເດີ ພໍ້ໃຜທີ່ເຮັດໃຫ້ເຈົ້າມີຄວາມສຸກກະຂໍໃຫ້ເຈົ້າມີຄວາມສຸກກັບເຂົາເດີ
ຊີວິດຄູ່ຖ້າຢູ່ກັນບໍ່ມີຄວາມສຸກກະແຄ່ປ່ອຍ
ບໍ່ມີໃຜຢາກໃຫ້ເລື່ອງນີ້ເກີດຖ້າບໍ່ເຖິງທີ່ສຸດ

.
ບໍ່ມີໃຜຄົນໃດຢາກເປັນຮ້າງດອກບໍ່ວ່າຍິງຊາຍ
ຊີວິດຄູ່ສ່ວນຫຼາຍມັກລະເລີຍຄວາມຮູ້ສືກເລັກໆນ້ອຍໆແລ້ວມັນກະສະສົມ
ຂ້ອຍ2ຄົນຕົກລົງກັນເຄົາລົບການຕັດສິນໃຈຂອງກັນແລະກັນ

ໃຜເຫັນຂ້ອຍກະຢ່າຖາມຂ້ອຍເດີຈິດໃຈຂ້ອຍມັນບໍ່ພ້ອມຕອບໃຜ