
ເປັນຫຍັງ “ຈຶ່ງຫ້າມຕັດຜົມວັນພຸດ” ມາຮູ້ຄວາມເຊື່ອນີ້ນໍາກັນ
December 12, 2022ເຄຍສົງໄສ ຫຼື ໃນຍິນຄໍານີ້ ພຸດຫ້າມຕັດ ພະຫັດຫ້າມແຖ ຄວາມເຊື່ອທີ່ວ່າຫ້າມຕັດຜົມວັນພຸດ
ເຊິ່ງກໍເປັນຄວາມເຊື່ອທີ່ສາຍມູສ່ວນຫຼາຍປະຕິບັດກັນມາຕາມຄວາມເຊື່ອ ໂດຍມີຕໍາລາ ມື້ດີ ແລະ ບໍ່ດີ ຂອງການຕັດຜົມ
ຕາມນີ້
1 ຕັດຜົມວັນອາທິດ ອາຍຸຈະຢືນຍາວ
2 ຕັດຜົມວັນຈັນ ຕົນເອງຈະມີໄພ
3 ຕັດຜົມວັນອັງຄານ ສັດຕູຄິດອາຄາດພະຍາບາດ
4 ຕັດຜົມວັນພຸດ ຈະເກີດມີປາກສຽງກັນໃນວົງຄະນາຍາດ
5 ຕັດວັນພະຫັດ ເທວະດາຈະຄຸ້ທຄອງ ປົກປັກຮັກສາ
6 ຕັດຜົມວັນສຸກ ຈະມີໂຊກລາບທົ່ວທຸກສາລະທິດ
7 ວັນເສົາ ຈະໄດ້ພອນໄຊຈາກທວະດາ
ໃຜຍັງມີຄວາມເຊື່ອ ແລະ ຖືແບບນີ້ແນ່ ອັນນີ້ແລ້ວແຕ່ຄວາມເຊື່ອງຂອງໃຜລາວ