
ງາມ, ຫຸ່ນດີ ແພດ ແລະ ລູກຊາຍ ເຣສຊິ້ງ ມາລາວ ເຊັນອິນທີ່ Parkson ສະບາຍດີ ຍິນດີຕ້ອນຮັບເດີ້
December 12, 2022ບອກເລີຍເຫັນໂຕແທ້ແລ້ວງາມແຮງແພງຫຼາຍ ແພັດ ນະປະພາ ທີ່ໄດ້ເດີນທາງມາທີ່ປະເທດລາວ ໃນມື້ວານ ວັນທີ 11 ທັນວາ 2022 ເພື່ອເປີດໂຕສິນຄ້າຂອງຕົນເອງ ພ້ອມທັງເປັນພີເຊັນເຕີ
.
ການມາໃນຄັ້ງນີ້ແມ່ນການເປີດໂຕແບຣນ ເຊິ່ງມາພ້ອມນ້ອງ ເຣສຊິ້ງ ລູກຊາຍສຸດຫຼໍ່ຂອງເພິ່ນ ທີ່ໄປໃສ ມີແມ່ແພັດ ກໍຕ້ອງມີ ນ້ອງ ເຣສຊິ້ງມານໍາ ທີ່ ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ແຟນຄັບມາຮ່ວມງານຫຼາຍອົບອຸ່ນ
.
ສິນຄ້າ ແບຣນທີ່ເປີດໂຕແມ່ນ Onny ຜະລິດຕະພັນບໍາລຸງຜິວໃຕ້ວົງແຂນໃຫ້ຂາວນຽນ ບໍ່ມີກິ່ນ ແລະ ຜະລິດຕະພັນອື່ນໆທີ່ກ່ຽວກັບຄວາມງາມ ແລະ ສຸຂະພາບດີ, ຜິວນຽນໃສ
ໜ້າຮັກ ຕາແພງສຸດໆ
.
.