ໃນຍຸກທີ່ເສດຖະກິດບໍ່ດີ ບວກກັບວິກິດການຕ່າງໆທີ່ຖາໂຖມເຂົ້າມາແບບນີ້ ເຮັດໃຫ້ຜູ້ປະກອບການຫຼາຍກິດຈະການ ອາດຕ້ອງຫຼຸດຜ່ອນຄ່າໃຊ້ຈ່າຍດ້ວຍການຫຼຸດຈໍານວນພະນັກງານທີ່ເຮັດວຽກຢູ່ພະແນກທີ່ບໍ່ຈໍາເປັນລົງ ຫຼື ບາງກິດຈະການອາດເຖິງຂັ້ນປິດຕົວລົງ ແລະ ແນ່ນອນມັນກໍ່ກະທົບທັງນາຍຈ້າງ ແລະ ລູກຈ້າງ. ເວົ້າສະເພາະລູກຈ້າງ ຫຼື ເອີ້ນງ່າຍໆ ມະນຸດເງິນເດືອນ ເມື່ອຕົກວຽກແລ້ວ ກໍ່ມີພຽງບໍ່ເທົ່າໃດຫົນທາງທີ່ຈະສາມາດພາຕົນເອງຢູ່ລອດໄດ້ ເຊິ່ງໜຶ່ງໃນຫົນທາງນັ້ນຄືການກັບບ້ານເກີດ ຫາວຽກປູກຝັງລ້ຽງສັດ, ຫາກິນຕາມທໍາມະຊາດອັນປະຢັດຄ່າໃຊ້ຈ່າຍໄດ້ຢ່າງມະຫາສານ ດັ່ງຊີວິດຂອງແມ່ຍິງຄົນນີ້…