ສານຂອງທ່ານ ນາຍົກລັດຖະມົນຕີ ໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2020-2021
ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2020-2021 ພີ່ນ້ອງປວງຊົນລາວທົ່ວປະເທດທີ່ຮັກແພງທັງຫຼາຍ! ໃນສົກຮຽນຜ່ານມາ ປະເທດເຮົາໄດ້ຮັບຜົນກະທົບ ຢ່າງໜັກໜ່ວງ ຕໍ່ການຮຽນ, ການສອນຢູ່ໃນທົ່ວປະເທດ ເນື່ອງຈາກການລະບາດຂອງເຊື້ອພະຍາດອັກເສບປອດ COVID-19 ນອກນັ້ນກໍ່ໄດ້ສົ່ງຜົນກະທົບໃນວົງກວ້າງ, ໃນນັ້ນຂະແໜງການສຶກສາ ແລະ ກິລາກໍ່ໄດ້ຮັບຜົນກະທົບຢ່າງຫລີກລ້ຽງບໍ່ໄດ້.…