ຍອມລຳບາກ ຫວັງໄດ້ໂຄຕ້າຄູ ສຸດທ້າຍຕັດສິນໃຈລາຈາກອາຊີບອັນແສນຮັກ ເພື່ອຄວາມຢູ່ລອດ
ອີກໜຶ່ງຄວາມໃນໃຈຂອງຄູຄົນໜຶ່ງ ຄູອາສາທີ່ໄດ້ໂພສຜ່ານເຟດບຸກຕົນເອງວ່າ ຂ້າພະເຈົ້າຊື່ ແສງທູນ ບຸນມາ ອີກຫນຶ່ງຊີວິດທີ່ເປັນຄູອາສາສະມັກໄດ້ 5 ປີແລ້ວຍັງບໍ່ມີວີແວວຈະໄດ້ໂກຕ້າ ແຖມຕອນນີ້ຍັງໄດ້ຍິນຂ່າວປິດຮັບອາສາອີກ ບໍ່ມີແຮງໃຈຈະສູ້ຕໍ່ແລ້ວ ຂໍແຮງໃຈນຳທຸກໆພາກສ່ວນຈົ່ງຊ່ວຍກັນແຊຮຫາວີທີແກ້ໄຂຊ່ວຍພວກຂ້າພະເຈົ້າແດ່ ເພື່ອເພີ່ນພັດທະນາການສຶກສາຂອງເດັກນ້ອຍຕາດຳໆ ? ຖ້າພວກເຂົາຂາດຄູສິດສອນອະນາຄົດຂອງພວກເຂົາຈະເປັນແນວໃດ ຮັກອາຊີບຄູແຕ່ຈຳເປັນຕ້ອງໄດ້ຈາກລາເພື່ອຄວາມຢູ່ລອດ (ລາກ່ອນເດີອາຊີບຄູ) . . ຈາກເພຈ:ທູນ ເຫງົ້າຜາຕຸງມ່ວນແບບບ້ານໆ