
ລະວັງ! ຕົກເປັນເຫຍື່ອຂອງມິດຊາຊີບ ຫ້າມຊື້ໂທລະສັບນໍາຄົນແປກໜ້າ ເລາະຈ່າວຂາຍເດັດຂາດ
5th December 2019ຈາກຜູ້ໃຊ້ເຟສບຸກອອກຊື່ P’Der Saow Noy Xiong ໄດ້ໂພສລະບຸຂໍ້ຄວາມໃຫ້ໃຫ້ລະວັງໄພ ໃນວັນທີ 4 ທັນວາ 2019 ວ່າ: ໃຜເຫັນໂພສນີ້ ຢ່າເພີ່ນເລື່ອນຜ່ານອ່ານກ່ອນ ເພື່ອເຕືອນສະຕິທຸກຄົນ ຢ້ານຊີເຈີແບບຂ້ອຍ ເປັນລາຍຕໍ່ໄປ. ມື້ວານນີ້ຕອນ 12 ໂມງຕອນສວຍມີຜູ້ຊາຍຄົນໜຶ່ງ ເຊິ່ງເປັນຄົນລາວ ສູງປະມານ 168-9 ຫນ້າຕາດີ ໃສ່ຊຸດສຸພາບ ເສື້ອສີຟ້າ ຂີ້ລົດຈັກຄັນໜຶ່ງ ທີ່ຈື່ຄືສີແດງຫຼືສີຟ້ານີ້ແລ ມາເລາະຮອດຫນ້າບ້ານຂ້ອຍ ຂ້ອຍກັບແມ່ນັ່ງຕັດຫຍິບຢູ່ໃນເຮືອນ ແລ້ວລາວກະມາຈອດລົດລະມາເວົ້າວ່ານຳແມ່ວ່າ ເອື້ອຍຊື້ ທລສ ບໍແມ່ຂ້ອຍກະວ່າບໍ່ ແຕ່ລາວກະເອົາ ທລສ ມາແລ້ວໃຫ້ແມ່ຂ້ອຍເບິ່ງລະວ່າ ຂ້ອຍຕ້ອງການຂາຍ ທລສ ຂ້ອຍອອກ ເພາະຂ້ອຍມາເຮັດວຽກຢູ່ທາງລົດໄຟນີ້ ແລ້ວຂ້ອຍໄປຫລີ້ນໄພ້ ເງິນເສຍຫມົດບໍ່ມີເງິນຈ່າຍຄ່າໜີ້.
ບໍ່ມີເງິນກັບບ້ານ ຊ່ວຍຂ້ອຍແນ່ ຂ້ອຍຢ່າກັບຂ້ອຍແຕ່ຂ້ອຍບໍ່ມີເງິນກັບແລ້ວ ພໍຂ້ອຍໄດ້ຍິນຂ້ອຍກະລຸກຂື້ນໄປເບິ່ງແລ້ວຂ້ອຍກະວ່າເອົາໃຫ້ເບິ່ງດຸ ພໍລາວເອົາໃຫ້ຂ້ອຍເບິ່ງ ຂ້ອຍກະມັກຫລາຍ ແນວຂ້ອຍວາງແຜນວ່າຊິໄປຊື້ ທລສ ໃໝ່ຄືກັນ ແລ້ວ ທລສ ທີ່ລາວເອົາໃຫ້ຂ້ອຍເບິ່ງຫັນແມ່ນ IPhone 8plus ເຊິ່ງໃຜໆກະຮູ້ເນາະວ່າ ລາຄາແພງ ແລະໃຜໆກະຢາກໄດ້ ເຊິ່ງຂ້ອຍເບິ່ງແລ້ວຂ້ອຍມັກຫລາຍ ຈື່ງຖາມລາຄາ ລາວວ່າລາວຢ່າໄດ້ລ້ານ2 ເພາະລາວຕ້ອງໃຊ້ເງິນ.
ລາວບອກບໍ່ຢາກຂາຍແຕ່ມັນຈຳເປັນຊື່ໆຈື່ງຕ້ອງຂາຍ ແລະທີ່ຊື້ເພາະຄວາມນ່າສົງສານ ແລະຄວາມຢາກໄດ້ຂອງຕົວຂ້ອຍເອງ ທີ່ເຊື່ອເພາະລາວກະເອົາກະເປົ໋າລາວອອກມາໃຫ້ເບິ່ງແລ້ວມີແຕ່1ພັນກີບ ແລ້ວກະເອົາຮູບເມຍຮູບລູກລາວໃຫ້ເບິ່ງແລ້ວຂໍຮ້ອງ ຈົນຈຸຫນ້າສາວຂ້ອຍກະມາເບິ່ງນຳ ແລ້ວລອງຫລີ້ນ ທລສ ແລ້ວວ່າກະເປັນຕາຊື້ຢູ່ ເພາະ ທລສ ກະຍັງໃຫ່ນໆ ແລະກະ ທລສ ລາຄາແພງອີກ ຈົນຂ້ອຍກະຫນ້າມືດຕາເມົາ ບໍ່ຄິດວ່າຊີຖືກຕົວະ ເພາະຄວາມຢາກໄດ້ຂອງຕົນ ຈົນຕົກລົງຊື້ແລ້ວຕໍ່ລາຄາ ລາຄາທີ່ລາວວ່າກ່ອນຫນ້າແມ່ນ 1 ລ້ານ 2 ແສນ ແຕ່ແມ່ຂ້ອຍຕໍ່ຈົນໄດ້ 8 ແສນ 5 ສິບກີບ.
ແຕ່ພໍຂ້ອຍເອົາເຂົ້າບ້ານກະມີສາຍນື່ງໂທ ເຂົ້າມາ ແລ້ວລາວກະວ່າໃຫ້ລາວຮັບສາຍຫັນກ່ອນ ແມ່ລາວໂທມາ ອືມຂ້ອຍກະຫລົງເຊື່ອ ແລ້ວເອົາໃຫ້ລາວຮັບ ແຕ່ລາວຮັບລາວກະຍ່າງໄປປະມານ2ກ້າວ ເຊິ່ງຂ້ອຍກະເຊື່ອຈົນບໍ່ທັນເບິ່ງໃຫ້ດີ ແລ້ວລົມປະມານ1ນາທີ ແລ້ວຫັນມາແລ້ວກະຫລິ້ນ ທລສ ແລ້ວບອກຂ້ອຍວ່າ ຂໍເອົາເບີລາວອອກເດີ ເພາະຢ້ານແມ່ໂທຫາບໍ່ໄດ້ ອືມຂ້ອຍກະວ່າໂດຍໄດ້ ພໍແມ່ຂ້ອຍເອົາເງິນມາຮອດ ລາວກະເອົາ ທລສ ໃຫ້ຂ້ອຍ ແລ້ວແມ່ກະເອົາເງິນໃຫ້ລາວ ແລ້ວລາວກະຂີ້ລົດໄປ.
ທັນໃດນັ້ນ ຂ້ອຍກົດໄປເບິ່ງຮູບ ອາວບໍ່ມີຮູບຈັກຮູບແລ້ວ ແມ່ຂ້ອຍກະຖາມວ່າລາວເອົາແມນອອກລະຫວະ ເຊິ່ງຂ້ອຍກະຍັງງົງໆຢູ່ ເພາະຕອນລາວເອົາ ຮູບໃຫ້ເບິ່ງຫັນຮູບບັກຫລາຍໆ ແຕ່ກະບໍ່ໄດ້ແອບໃຈ ເພາະ ທລສ ກະຕົວເກົ່າ ແລ້ວຂ້ອຍກະເອົາມາສາກໄວ້ ແລ້ວຫລີ້ນປົກກະຕິ ແລ້ວເອົາໃຫ້ຫນ້າສາວຕັ້ງ ທລສ ໃຫ້ຕອນນີ້ຫລີ້ນໄວຄືກ່ອນແຕ່ພໍຕັ້ງເຂົ້າເຟສ ແລ້ວເອົາມາສາກໄວ້ປະມານ 30ນາທີ ນ້ອງຂ້ອຍກັບມາບ້ານແລ້ວມາລອງຫລິ້ນເບິ່ງ ແລ້ວກະວ່າຄືມັນສັ່ນແທ້ ຂ້ອຍກະຕົກໃຈ ແລ້ວເອົາມາຫລິ້ນ ແລ້ວກະສັ່ນໆຈົນຫລີ້ນບໍ່ໄດ້ເລີຍວ່າ ເປັນຍ້ອນສາຍສາກຕິ ສົງໄສລາວຊື້ໃໝ່ ແລ້ວກະເອົາ ສາຍສາກຂອງອາວມາສາກ ແລ້ວກະຫລນິ້ປົກະຕິ ຄັນບໍ່ເປິດເນັດ ແຕ່ພໍລອງເປິດເນັດ ມັນຊ້າມັນສັ່ນຈົນເຂົ້າເຟສກະບໍ່ໄດ້ ແລະຫລິ້ນບໍ່ໄດ້ຫຍັງເລີຍ.
ຂ້ອຍເລີຍເອີ້ນແມ່ ມາເບິ່ງ ພໍດີອາວຜູ້ໜຶ່ງຫາກະກັບວຽກມາຕອນ 2 ໂມງ ລາວກະມາເບິ່ງແລ້ວອາວຈື່ງບອກຂ້ອຍວ່າ ຂ້ອຍຖືກຕົວະແລ້ວ ຜູ້ຊາຍຄົນນັ້ນຄືຊີປ່ຽນ ທລສ ຕອນລາວເອົາໄປຮັບສາຍຫັນແລ້ວ ຈົນຂ້ອຍງົງເບິດ ແລ້ວອາວກະເລົ່າວ່າ 2-3 ມື້ ທີແລ້ວຫມູ່ອາວກະຖືກແບບນີ້ເລີຍ ຫັນໄປເອົາເງິນແປບດຽວບໍ່ຮອດນາທີຊໍ້າ ເຂົາກະປ່ຽນໄດ້ແລ້ວ. ຈົນຂ້ອຍຫມົດແຮງແລ້ວກະນັ່ງລົງແລ້ວແມນເບິ່ງແມ່ ແລ້ວກະອົດນ້ຳຕາບໍ່ຢູ່ ກວ່າຊີໄດ້ເງິນກ້ອນນັ້ນມາ ແມ່ຂ້ອຍຕ້ອງອົດຫລັບອົດນອນຫລາຍຄືນ. ແຕ່ບໍ່ຮອດ1ຊົ່ວຂ້ອຍເຮັດໃຫ້ເສຍໄດ້ແບບຟຮີ ທັ້ງໆທີ່ຊີອີ່ຕົນແມ່ ແຕ່ກັບໄປອີຕົນເຂົາທັ້ງໆທີ່ບໍ່ຮູ້ຈັກເຂົາຊໍ້າ. ແລ້ວກະຈັດບໍ່ໄດ້ ສຸດທ້າຍ ທລສ ຫລິ້ນບໍ່ໄດ້ແລ້ວ.
ເລື່ອງນີ້ ສອນໃຫ້ຮູ້ວ່າ ກ່ອນຊີຮັກໃຜ ໃຫ້ຮັກຄອບຄົວກ່ອນ ແລະສິ່ງສຳຄັນຄື ຢ່າໄວ້ໃຈທາງ ຢ່າວາງໃຈຄົນ ດຽວມັນຈະຈົນໃຈເອງ. ຄັນໃຜເຫັນຄົນທີ່ຂ້ອຍວ່າຫັນກະຊ່ອຍບອກ ແລ້ວຈັດໄດ້ເລີຍ ເຊື່ອວ່າລາວຄົງເອົາມາຫລາຍເຄື່ອງມາເລາະຂາຍຄືຂາຍໃຫ້ຂ້ອຍນີ້ແລ
ເພາະເລົ່າໃຫ້ຫມູ່ຟັງຫມູ່ວ່າກ່ອນຊີມາຂາຍໃຫ້ຂ້ອຍ ລາວກະເລາະຂາຍຢູ່ບ້ານຫມູ່ຄືກັນ ແຕ່ດີທີ່ຫມູ່ຂ້ອຍບໍ່ຊື້. ສິ່ງສຳຄັນຄື ຢ່າຂໍໂທດອີ່ແມ່ ທີ່ວາງໃຈຄົນງ່າຍເກີນໄປ ຢ່າງນ້ອຍກະໄດ້ປະສົບການ ເຕືອນຕົວເອງ!!!