
ດີເຈໂຊດາ DJ Soda ສາວເກົາຫຼີ ເດີນທາງມາລາວ ເອົາໃຈໜຸ່ມໆໄປເຕັມໆ
4th December 2019ດີເຈດັງຈາກເກົາຫຼີ ສາວ ໂຊດາ ທີ່ນັບວ່າເປັນຂວັນໃຈໜຸ່ມໆທົ່ວໂລກ ລວມທັງລາວເຮົາ ທີ່ 4 ປີກ່ອນ ສາວໂຊດາກໍໄດ້ເດີນທາງມາລາວເປັນຄັ້ງທໍາອິດຂອງເພິ່ນ
.
ແລະ 4 ປີຜ່ານໄປ ໄວປານຂຽນເອົາ ສາວ ໂຊດາ ກໍໄດ້ເດີນທາງມາລາວອີກຄັ້ງ ພ້ອມທັງນຸ່ງຊຸດເປັນສາວລາວອີກແລ້ວ ງາມໜ້າຮັກຂະໜາດ
.
ລົງອິນສຕາແກມທີ່ວຽງຈັນ
.
ສາວໂຊດາ ໄດ້ເດີນທາງມາທີ່ລາວເປັນຄັ້ງທີ່ 2 ຕັ້ງແຕ່ວັນທີ 29 ພະຈິກ 2019 ແລະ ກໍ່ໄດ້ສວມສຸດສິ້ນໄໝລາວຖ່າຍຮູບຄູ່ກັບທາດຫຼວງງາມສຸດໆ
.
ຄັ້ງນີ້ສາວໂຊດາເດີນທາງມາຮ່ວມງານເປີດໂຕສະຖານບັນເທີງແຫ່ງໜຶ່ງຢູ່ທີ່ນະຄອນຫຼວງວຽງຈັນ.
.
.
.
.