
Chiangkhan River Green Hill ທີ່ພັກຜ່ອນ ບັນຍາກາດດີ ເໝາະກັບຄົນທີ່ມັກຖ່າຍຮູບ
4th December 2019ອາກາດເລີ່ມໜາວແລ້ວ ເຊິ່ງບ້ານເຮົາກໍມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງໃຫ້ໄປສໍາຜັດຄວາມເຢັນ, ສາຍໝອກ ທ້າທາຍ ເປີດໂອກາດໃຫ້ໄດ້ຢູ່ໃກ້ຊິດຄົນທີ່ໄປນໍາໄດ້ຫຼາຍຂຶ້ນ 555
.
ແຕ່ສໍາລັບໃຜທີ່ໄປທ່ຽວບ້ານເຮົາມາແລ້ວ ແລະ ປີນີ້ຢາກຈະປ່ຽນແຜນໄປທ່ຽວຕ່າງແດນ ຂໍແນະນໍາທີ່ນີ້ເລີຍ ຊຽງຄານ ລີວີ ກຣີນຮິວ Chiangkhan River Green Hill
.
ທ່ານຈະໄດ້ນອນເຕັ້ນທີ່ມີທຸກຢ່າງຄືກັບໂຮງແຮມ, ແຖມເອົາໃຈຄົນຮັກຖ່າຍຮູບ ແບບຖ່າຍມຸມໃດກໍງາມເລີດ ແຖມມີອາຫານທີ່ແຊບໆໄວ້ຄອຍບໍລິການທ່ານຢ່າງເຕັມອີ່ມ ເຕັມທີ່
.
.
ກຽມພຽງເສື້ອຜ້າ, ເງິນໄວ້ໄປທ່ຽວກໍພໍ ເພາະເພິ່ນມີທຸກຢ່າງໄວ້ຄອຍບໍລິການໃຫ້ເຮົາ ແຖມຍັງມີລົດຮັບສົ່ງໄປຖະໜົນຄົນເດີນກະໂຈມ 32 ອີກດ້ວຍ ວ້າວ …
.
ເຊິ່ງໃຜທີ່ຈະໄປຊຽຄານ ແລະ ຍັງບໍ່ຮູ້ຈະໄປພັກໃສ ແນະນໍາທີ່ນີ້ເລີຍ Chiangkhan River Green Hill
.
.
.
.