
ຄົນພິການ ຍີ້ມອອກ ໄດ້ລົດເຂັນໃໝ່ ຊົມເຊີຍຜູ້ໃຫ້!
3rd September 2020ຄົນພິການ ຍີ້ມອອກ ໄດ້ລົດເຂັນໃໝ່
ຂໍຊົມເຊີຍການນຳເມືອງວິລະບູລີ ແຂວງສະຫວັນນະເຂດ ໃນອາທິດທີ່ຜ່ານມານີ້ ເຊິ່ງນໍາໂດຍ ທ່ານ ບຸນເນືອງ ຈັນຫອມ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງວິລະບູລີ ຜູ້ຊີ້ນໍາວຽກງານເສດຖະກິດ ພ້ອມດ້ວຍຄະນະ ໄດ້ນໍາເອົາລໍ້ນັ່ງສໍາລັບຄົນພິການຈໍານວນ 3 ເຄື່ອງ.
ຄິດເປັນມູນຄ່າ 5.400,000 ກວ່າກີບ ທີ່ໄດ້ມາຈາກການປະສ່ວນຊ່ວຍເຫຼືອຂອງຜູ້ທີ່ໃຈບຸນ ໄປມອບໃຫ້ປະຊາຊົນທີ່ພິການທີ່ພິການແຂນຂາ ພາຍໃນເມືອງ ວິລະບູລີ ທັງນີ້ກໍ່ເພື່ອເປັນການໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ດ້ອຍໂອກາດ ພິການແຂນຂາ ໃຫ້ໄປມາໄດ້ສະດວກໃນການດໍາລົງຊີວິດປະຈໍາວັນ ໃນລະດັບໜຶ່ງ.
ຈາກ: News door / ປະຕູຂ່າວ