
ໄດ້ແຕ່ກອດລ່ຳລາ! ສອນມາໄດ້ 5 ປີ ບໍ່ໄດ້ເຂົ້າລັດເທື່ອ ສຸດທ້າຍຕັດສິນໃຈລາອອກທັງນໍ້າຕາ
3rd September 2020ເລື່ອງຄູອາສາມີມາໃຫ້ເຫັນກັນເລື້ອຍໆ ຈົນຄົນທີ່ເປັນຄູ ມັກຮັກອາຊີບຄູຫວັ່ນໄປຕາມໆກັນ
ໂດຍສະເພາະຄົນທີ່ເປັນຄູອາສາ ທີ່ສະໜັກໃຈເປັນ ຄູອາສາຕ່າງກໍ່ມີຄວາມຫວັງຢາກບັນຈຸເຂົ້າລັດຖະກອນ ແຕ່ໃນເມື່ອສິດສອນມາຫລາຍປີແລ້ວກັບສູນເປົ່າ ,ບາງຄົນອາສາຮອດ 4-5 ປີ , ບາງຄົນ 6-7 ປີ ,ກາມີ ແຕ່ພັດບໍ່ມີວີ່ແວວຈະໄດ້ເຂົ້າລັດຖະກອນຊໍ້າ.
.
ເຫັນແລ້ວເສົ້າໃຈເສົ້າໆ ຫຼ້າສຸດ ນີ້ກໍ່ເປັນຄູອາສາ ອີກໜຶ່ງທ່ານ ທີ່ສອນມາໄດ້ 5 ປີ ພໍດີ ແຕ່ຍັງບໍ່ໄດ້ເຂົ້າລັດເທື່ອ, ອຳລາໝູ່ຄູທັງນໍ້າຕາ. (ຄູອາສາແຂວງໄຊສົມບູນ)
ຈາກ: Hlubli Bau Suavlor Lor