
ເປັນພາບມະຫາມຸງຄຸນ ເປັນການເຫັນທີ່ເປັນບຸນໃຫຍ່ຫຼວງ ສາທຸໆ!
3rd September 2020ເປັນພາບມະຫາມຸງຄຸນ ເປັນການເຫັນທີ່ເປັນບຸນໃຫຍ່ຫຼວງ
.
ບັນຍາກາດ ໃນການໄຫວ້ພຣະສູດມົນ ຕອນແລງວັນສີລ ເພັງ 15 ຄຳ່ເດືອນ 10 ທີ່ພຣະພຸດທະສັງກາດ 2563 ພາຍໃນກົມມະລຽນ ອົງພຣະມະຫາຣັດຕະນະເຈດີ ໂລກະຈຸລາມະນີ (ພຣະທາດຫຼວງເຈົ້າ) ວັນພຸດ ວັນທີ 2 ກັນຍາ 2020
.
ການໄຫວ້ພຣະສູດມົນ ຈະເຣີນເມດຕາພາວະນາ ມີໃນທຸກໆ ແລງ ເວລາ 17:40 ໂມງ ເປັນຕົ້ນໄປ ຈົນເຖິງ 19:30 ໂມງ ຂອງວັນສີລນ້ອຍ ວັນສີລໃຫຍ່ 8 ຄຳ່ 15 ຄຳ່ ທັງຂ້າງຂຶ້ນ ແລະຂ້າງແຮມ ບັນດາທ່ານສາມາດ ເຂົ້າຮ່ວມປະພຶດປະຕິບັດທັມ ໄຫວ້ພຣະສູດມົນຈະເຣີນພາວະນາ ໄດ້ໃນວັນ ເວລາ ດັ່ງກ່າວ
.
.
ສາທຸ ສາທຸ ສາທຸ