
ມີຂໍ້ຕົກລົງ! ກ່ອນມື້ນີ້ ຈະປິດກະແຈລ໊ອກວັດໜອງພະຍາ
2nd September 2020ເປັນເລື່ອງທີ່ຖືກເວົ້າເຖິງ ແລະ ແຊກັນອອກໄປສະນັ່ນ ປະເດັນລ໊ອກປະຕູວັດ ໜອງພະຍາ ນະຄອນຫຼວງວຽງຈັນ ໃນເຊົ້າວັນທີ່ 2 ກັນຍາ 2020 ມື້ບຸນເຂົ້າສະຫຼາກ ຂຶ້ນ 15 ຄໍ່າ ເດືອນ 10 ພສ 2563. ເຮັດໃຫ້ປະຊາຊົນທີ່ກໍາລັງພາກັນຕັ້ງໃຈ ຈະໄປເຮັດບຸນ ບໍ່ສາມາດເຂົ້າໄປວັດໄດ້. ຈິ່ງມີຄໍາຖາມຕ່າງໆນາໆ ວ່າຍ້ອນສາເຫດຫຍັງ.
ພ້ອມຄຣິບທີ່ໄດ້ລົງໄວ້
ຫຼ້າສຸດ, ຈາກຂໍ້ມູນໃຫ້ຮູ້ວ່າ ອົງການພຸດທະສາສະໜາ ສໍາພັນລາວ (ອພສ) ໄດ້ມີແຈ້ງການ ໃນວັນທີ່ 24 ສິງຫາ 2020 ເພື່ອໃຫ້ ເຈົ້າອະທິການວັດ ພຣະອາຈານ ສົມປອງ ທອງພຽນ ໃຫ້ຍົກຍ້າຍໄປຢູ່ວັດອື່ນ ກ່ອນວັນທີ 30 ສິງຫາ 2020. ແລະ ໃຫ້ວັດດັ່ງກ່າວ ຢູ່ໃນການຄຸ້ມຄອງຂອງ ອພສ ນະຄອນຫຼວງວຽງຈັນ ຈົນກວ່າຈະມີການແຕ່ງຕັ້ງ ເຈົ້າອະທິການວັດຜູ່ໃໝ່.
ຖ້າມີຄວາມຄືບໜ້າຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.