
ເປີດແລ້ວ “ບ້ານສຸກສຸດທ້າຍ” ເຮືອນພັກຄົນສະລາ ທີ່ໜຸ່ມນັກບຸນ ບິນ ບັນລື ຕັ້ງໃຈສ້າງດ້ວຍເງິນຂອງຕົນເອງ ເພື່ອຄົນສະລາທຸກຄົນ
3rd September 2020ເປີດແລ້ວ “ບ້ານສຸກສຸດທ້າຍ” ເຮືອນພັກຄົນສະລາ ທີ່ໜຸ່ມນັກບຸນ ບິນ ບັນລື ຕັ້ງໃຈສ້າງດ້ວຍເງິນຂອງຕົນເອງ ເພື່ອຄົນສະລາທຸກຄົນ
ເປັນທີ່ຊື່ນຊົມ ແລະ ຍົກຍ້ອງຂອງສັງຄົມ ແລະ ຄົນພາຍໃນປະເທດໄທ ລວມທັງເຮົາເອງກໍຊື່ນຊົມຄວາມມີນ້ຳໃຈ ຊ່ວຍເຫຼືອຄົນອື່ນຂອງໜຸ່ມຄົນນີ້ ບິນ ບັນລື ດາລານັກສະແດງທີ່ອຸທິດຕົນເພື່ອສັງຄົມແບບຈິງຈັງ ດົນກວ່າ 30 ປີມາແລ້ວ
ຫຼ້າສຸດ ໜຸ່ມ ບິນ ໄດ້ຈົກເງິນຕົນເອງ ສ້າງບ້ານ ແຫ່ງຄວາມສຸກ ທີ່ກໍຕັ້ງຈາກທຶນບໍລິຈາກຂອງຜູ້ມີສັດທາ ແລະ ມີນ້ຳໃຈຈາກສັງຄົມ ເທິງພື້ນທີ່ 1 ໄຮ່ ໃນຕຳບົນໃຫຍ່ ອຳເຜີໄທນ້ອຍ ຈັງຫວັດ ນົນທະບູລີ ທີ່ເກີດຈາກແຮງປາດຖະໜາຂອງໜຸ່ມ ບິນ ບັນລື
ທີ່ສ້າງໄວ້ເພື່ອຄົນແກ່ ສະລາ ແລະ ຜູ້ມີອາຍຸສູງ ທີ່ຕ້ອງຢູ່ລຳພັງ
ແລະ ຫຼ້າສຸດໜຸ່ມບິນ ບັນລື ຕັດສິນໃຈຄວັກເງິນຂອງຕົນ ຕັ້ງຕົ້ນຍອດນ້ຳໃຈ ເພື່ອຈັດສັນສ້າງເຮືອນພັກຄົນສະລາທີ່ຖືກຖິ້ມເປັນຈິງເປັນຈັງ ກ່ອນຈະມີຜູ້ມາຮ່ວມເຮັດບຸນນຳ ໄດ້ຮັບສຽງຕອບຮັບເປັນຢ່າງດີ ແລະ ໄດ້ສ້າງເຮືອນໃຫ້ຊື່ວ່າ “ບ້ານສຸກສຸດທ້າຍ”
ໂດຍສະຖານທີ່ນີ້ຈະເປັນສະຖານທີ່ພັກພິງ ຊີວິດບັ້ນປາຍຂອງຄົນສະລາ ແລະ ຜູ້ສູງອາຍຸ ປະມານ 20 ຄົນ ມີຫ້ອງພະຍາບານ ຕຽງນອນ ແລະ ສິ່ງອຳນວຍຄວາມສະດວກຕາມສົມຄວນ
ງານນີ້ພາຍໃນຄົບ ກວ້າງຂວາງ ຂໍຊື່ນຊົມຜູ້ຊາຍຄົນນີ້
ຈາກ: Kaijeaw, บิณฑ์ บรรลือฤทธิ์