
ສ່ອງແຝດປະຫວັດສາດ ນ້ອງໆແຝດ 5 ຄົນໃນປະເທດລາວ ທີ່ຕອນນີ້ ໜ້າຮັກ ສົດໃສສົມໄວ ອານຸບານ 3 ແລ້ວເດີ້
2nd September 2020ສ່ອງສ່ອງແຝດປະຫວັດສາດ ນ້ອງໆແຝດ 5 ຄົນໃນປະເທດລາວ ທີ່ເປັນຂ່າວໂດ່ງດັງຫຼາຍໃນປີທີ່ນ້ອງໆເກີດ
.
ແຝດ 5 ຄົນນີ້ ເກີດເມື່ອວັນທີ 17 ມິຖຸນາ 2014 ມີແມ່ເພິ່ນຊື່ ນາງ ຂັນທະລີ ຈັນທະລັງສີ, ປັດຈຸບັນຢູ່ ບ້ານ ຄຳສະຫວາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ່ວນລູກທັງ 5 ຄົນເປັນຍິງ 3 ຊາຍສອງມີຊື່ວ່າ: ທ້າວ ອານັນ, ນາງ ອາຫຼິນ, ທ້າວ ອານົນ, ນາງ ອາຫຼານ ແລະ ນາງ ອາໝວຍ
.
.
ສົກຮຽນປີນີ້ 2020-2021 “ຫລານນ້ອຍແຝດທັງ 05 ຄົນແຫ່ງ ສປປລາວ ໄດ້ເຂົ້າໂຮງຮຽນຫ້ອງອະນຸບານ 03 ແລະ ມີຄວາມໜ້າຮັກກັນທຸກຄົນ, ຫວນຄືນເຫດການຕອນນັ້ນທີ່ແມ່ຖືພາກໍ່ຄິດງໍ້ ຕອນແບະເບາະແຫ່ງບໍວ່າແລ້ວ ແລະ ມາຮອດມື້ນີ້ແມ່ນໃຫຍ່ກັນແລ້ວຜູ້ໃດເຫັນກໍ່ແອບອິດສາພໍ່ແມ່ເພິ່ນຊ່າງໂຊກດີແທ້ໆ”
.