
“ຊິນໂຊ ອາເບະ” ນາຍົກລັດຖະມົນຕີ ຍີ່ປຸ່ນ ປະກາດລາອອກຈາກຕຳແໜ່ງ !
29th August 2020ນາຍົກລັດຖະມົນຕີ “ຊິນໂຊ ອາເບະ”ລາອອກ
ວັນທີ 28 ສິງຫາ 2020 ສື່ຕ່າງປະເທດລາຍງານວ່າ: ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ປະກາດລາອອກຈາກຕຳແໜ່ງ ໃນອາຍຸ 65 ປີ
ຍ້ອນບັນຫາສຸຂະພາບ ເປັນພະຍາດລຳໄສ້ໃຫ່ຍອັກເສບມາດົນ ໂດຍຕໍ່ມາ ທ່ານ ອາເບະ ໄດ້ເປີດຖະແຫຼງຂ່າວວ່າ: ຕົນເອງບໍ່ຕ້ອງການໃຫ້ອາການເຈັບເປັນ ມາລົບກວນການບໍລິຫານບ້ານເມືອງ ພ້ອມຂໍໂທດຊາວຍີ່ປຸ່ນ ທີ່ບໍ່ສາມາດດຳລົງຕຳແໜ່ງຄົບວາລະ