
ດ່ວນ! ຂົວນ້ຳລີກ ບ້ານໂພງທ່ຽງ ເມືອງກາສີ ແຂວງວຽງຈັນ ຫັກແລ້ວ
29th August 2020ສື່ຂ່າວແຂວງວຽງຈັນ ແຈ້ງໃນຕອນທ່ຽງວັນທີ 29 ສິງຫາ 2020 ຂົວນ້ຳລີກ ບ້ານໂພງທ່ຽງ ເມືອງກາສີ ແຂວງວຽງຈັນ ຫັກແລ້ວຍ້ອນລົດບັນທຸກແກ່ຫີນໜັກເກີນໄປ ຕອນນີ້ສັນຈອນໄປ-ມາ ບໍ່ໄດ້.
.
ຝາກໃຫ້ທຸກຄົນຄິດພິຈາລະນາຊ່ວຍກັນ ເພື່ອສ່ວນລວມ ຖ້າຂົນໜັກເກີນໄປຕ້ອງເບິ່ງຂົວທີ່ເໝາະສົມສາມາດຮັບນ້ຳໜັກໄດ້ ອັນສຳຄັນເພື່ອຕົວທ່ານເອງບໍ່ໃຫ້ໄດ້ເສຍເງິນ ບໍ່ສ່ຽງຕໍ່ຊີວິດ ແລະບໍ່ກະທົບຕໍ່ປະຊາຊົນຜູ້ຕ້ອງການໃຊ້ເສັ້ນທາງເປັນກໍລະນີເລັ່ງດ່ວນ!
.