
ລູກນ້ຳໂພສ “ບໍ່ໄດ້ໄປງານຊ້ຳ ເສຍດາຍ ເບິ່ງຮູບລະກົດໄລ້ເອົາແທນສາ”
29th August 2020ໃນທີ່ສຸດກໍມາຮອດວັນເວລາທີ່ເຫຼົ່ານາງແບບນາຍແບບ ທັງຫຼຸດໃຫຍ່ ແລະ ລຸ້ນໃໝ່ ໄປຮ່ວມໂຕກັນ ໃນງານ ຮ່ວມປັນຮັກ Better Togetter 29-30 ງານເດີນແບບເພື່ອການກຸສົນເພື່ອມອບທຶນຕ່າງໆໃນການສ້າງໂຮງຮຽນປະຖົມສົມບູນ ບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ
ທີ່ມີ ລູກນ້ຳ ທິດາລັດ Miss Laos 2011, ນຸ້ຍ ສຸພາພອນ Miss Universe Laos 2017ແລະ ເຈ່ນນີ້ Miss World Laos 2017 ເປັນນາງແບບທີ່ຂຶ້ນປົກງານ ແຕ່ຫຼ້າສຸດສາວລູກນ້ຳປ່ວຍຕ້ອງໄດ້ຜ່າຕັດ ແລະ ໄດ້ພັກຜ່ອນຍາວ ເລີຍບໍ່ໄດ້ໄປຮ່ວມງານດັ່ງກ່າວຊ້ຳ
ເຊິ່ງເຈົ້າໂຕລູກນ້ຳ ທິດາລັດ ກໍໄດ້ໂພສເສຍດາຍວ່າ:
“ນ້ຳບໍ່ໄດ້ໄປງານຊ້ຳ ເສຍດາຍ ເບິ່ງຮູບລະກົດໄລ້ເອົາແທນສາ”
ພ້ອມພາບງາມໆ ແຕ່ງຫນ້າ ເອື້ອຍສີ, ຊຸດແລະເຄື່ອງປະດັບ ແລະ ຊຸດ Taka jewelry
ແນວໃດກໍໃຫ້ເປັນປົກກະຕິໄວໆເດີ້ ຕິດຕາມຜົນງານຂອງລູກນ້ຳໄດ້ຕະຫຼອດທີ່ Louknum Thidalat Vongsili