
ພູຣິ ຫິລັນພຶກ ນັກສະແດງ, ພິທີກອນ ໄທ ທ່ຽວເມືອງງອຍ ແຂວງຫຼວງພະບາງ
3rd December 2019
ພູຣິ ຫິລັນພຶກ ນັກສະແດງ, ພິທີກອນ ຊາວໄທ ທີ່ມີຜົນງານຜ່ານຈໍໃຫ້ແຟນໆຊາວລາວໄດ້ຕິດຕາມກັນເປັນປະຈຳ ທັງບົດບາດຂອງນັກສະແດງ, ພິທີກອນ ແລະ ຍັງມີ ຜົນງານຜ່ານຊ່ອງ YouTube ທີ່ຊື່ວ່າ: Viewfinder Thailand ທີ່ເຮັດກ່ຽວກັບການທ່ອງທ່ຽວແບບລຸຍໆ ປະຈົນໄພ ໂດຍຫຼາຍໆຄລິບກໍ່ແມ່ນໄດ້ມາຖ່າຍຢູ່ປະເທດລາວ

.

ລ່າສຸດ, ພູຣິ ໄດ້ມາທ່ຽວເມືອງງອຍ ແຂວງຫຼວງພະບາງ ທີ່ຍັງເຕັມໄປດ້ວຍທຳມະຊາດອັນອຸດົມສົມບູນ. ນອກຈາກນີ້, ພູຣິໄດ້ສຳພັດກັບ ວິຖີຊີວິດຂອງຊາວບ້ານ ໂດຍສະເພາະວັດທະນະທຳການໃສ່ບາດຂອງຄົນລາວ
ເຊິ່ງພູຣິໄດ້ບັນຍາຍກ່ຽວກັບວັດທະນະທຳນີ້ ຜ່ານໄອຈີວ່າ: “ເຮັດດ້ວຍສັດທາ ແລະ ເຮັດທຸກມື້ ຊາວບ້ານທີ່ເມືອງງອຍຈະອອກມາໃສ່ບາດຕາມທຳນຽມຂອງຂະເຈົ້າທຸກມື້, ເປັນການຕັກບາດເຂົ້າໜຽວ ທຸກຄົນຕ້ອງມີຜ້າບ່ຽງ ຜູ້ຊາຍຍືນຕັກບາດໄດ້ ຜູ້ຍີງຕ້ອງນັ່ງກັບພື້ນ ເປັນພາບທີ່ງົດງາມ ບໍ່ຮູ້ວ່າຈະເປັນພາບແບບນີ້ໄດ້ອີກດົນປ່ານໃດ”

.

.

.

.

.

ຂໍ້ມູນ ແລະ ຮູບພາບ: IG Puri_hiranpreuck, http://insidelaos.com/