
ສາທຸນຳ! ຍາພໍ່ໃຈບຸນ ຮັບລຸງເລລ່ອນ ຍ່າງບໍ່ໄດ້ໄປດູແລ ຫຼັງຢູ່ຄົນດຽວບໍ່ມີພີ່ນ້ອງ ເຕັມໃຈຊ່ວຍເຖິງບໍ່ແມ່ນໜ້າທີ່ຂອງສົງ
1st September 2020ຊາວເນັດຕ່າງສາທຸອານຸໂມທະນາທານບຸນນຳ ຫຼັງເລື່ອງລາວນີ້ຖືກເຜີຍແຜ່ທົ່ວໂຊຊຽວທີ່ປະເທດໄທ ຫຼັງຫຼວງພໍ່ ຫຼື ຍາພໍ່ ຊ່ວຍເຫຼືອຊາຍເລລ່ອນທີ່ບໍ່ມີໃຜເບິ່ງແຍງ ແຖມເຈົ້າໂຕຍັງເວົ້າບໍ່ຮູ້ເລື່ອງ ບໍ່ມີບັດສະແດງໂຕ ແຖມຍັງປ່ວຍ ແລະ ຫິວຈັດ ແຕ່ໂຊກດີພົວຍາພໍ່ໃຈບຸນ ຕັດສິນໃຈພາໄປຢູ່ວັດຈົນກວ່າສຸຂະພາບຈະດີຂຶ້ນ ພ້ອມສັນຍາຫາກເຂົາຕ້ອງຈາກໄປ ກໍຈະເປັນຄົນສວດສົ່ງໃຫ້ເອງ
ເມື່ອບໍ່ດົນມານີ້ ເຟດບຸກ ม่อนฤาษี ดอยตุง ຂອງພະສົງອົງໜຶ່ງ ໃນຈັງຫວັດຊຽງລາຍໄດ້ໂພສເລື່ອງລາວຂອງລຸງເລ່ລອນ ໃຊ້ຊີວິດໂດດດ່ຽວ ຫິວ ຊ້ຳບໍ່ມີໃຜຢາກເຂົ້າໃກ້ ລຸງຄົນນີ້ ບໍ່ມີພີ່ນ້ອງ ບໍ່ມີບັດສະແດງໂຕ ບ້ານເຮືອນບໍ່ມີ ແລະ ບໍ່ມີໃຜສົນ ຫຼື ເຂົ້າໃກ້
ຫຼວງພໍ່ບອກອີກວ່າ ສຸຂະພາບບໍ່ແຂງແຮງ ແລະ ຫິວຫຼາຍ ບໍ່ໄດ້ກິນເຂົ້າ ຕາອີ່ຕົນສົງສານ ເລີຍຮັບມາຢູ່ວັດ ກິນເຂົ້າວັດ ອາໄສປິ່ນປົວຈົນຍ່າງໄດ້ ຖ້າເກີດບໍ່ຢູ່ແລ້ວ ຫຼວງພໍ່ ກໍຈະສວດມົນໃຫ້
ຊາວເນັດຮ່ວມ ອານຸໂມທະນາ “ຊ່ວຍເຫຼືອເພື່ອນມະນຸດີ່ກຳລັງລຳບາກຄືສິ່ງປະເສີດທີ່ສຸດຍິ່ງ”
ສາທຸອະນຸໂມທະນານຳເດີ້
ຈາກ : LIEKR, ม่อนฤาษี ดอยตุง