
ສາທາເຜີຍ!! ໄຂ້ເລືອດອອກ ທະລຸ 5,400 ກໍລະນີ້ແລ້ວ
26th August 2020ກະຊວງສາທາລະນະສຸກ ເປີດເຜີຍຍອດຜູ້ຕິດເຊື້ອພະຍາດໄຂ້ເລືອດອອກທົ່ວປະເທດ ລວມ 5,427 ກໍລະນີ ນັບຈາກວັນທີ 1 ມັງກອນ 2020 – 24 ສິງຫາ 2020
ຈາກການຖະແຫຼງຂ່າວຕໍ່ສື່ມວນຊົນໃຫ້ຮູ້ວ່າ: ພະຍາດໄຂ້ເລືອດອອກໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວທັງໝົດ 9 ກໍລະນີ ໂດຍແຂວງທີ່ມີລາຍງານຜູ້ຕິດເຊື້ອຫຼາຍທີ່ສຸດແມ່ນ ນະຄອນຫຼວງວຽງຈັນ ຈໍານວນ 1,269 ກໍລະນີ ຂະນະທີ່ແຂວງບໍລິຄໍາໄຊ ມີລາຍງານຢູ່ 639 ກໍລະນີ ແລະ ແຂວງວຽງຈັນ 586 ກໍລະນີ
ສ່ວນຜູ້ເສຍຊີວິດທັງ 9 ກໍລະນີແມ່ນຢູ່ ນະຄອນຫຼວງວຽງຈັນ 4 ກໍລະນີ ບໍລິຄໍາໄຊ 2 ກໍລະນີ ຄໍາມ່ວນ 1 ກໍລະນີ ແລະ ຊຽງຂວາງ 1 ກໍລະນີ
ທາງດ້ານ ສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ປະຊາຊົນປະຕິບັດ 5 ປ ຢ່າງເຄັ່ງຄັດ ແລະ ເປັນປະຈໍາ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ