
ຊົມເຊີຍແຂວງ ສາລະວັນ! ຈັບຜົວເມຍຫວຽດນາມ ທີ່ຂາຍເລກເຖື່ອນ ມາສັ່ງສອນອົບຮົມ
25th August 2020ຈາກ: krasethlao
ຫຼ້າສຸດ ສາລະວັນເຮັດແທ້ ນໍາສອງຜົວເມຍຊາວຫວຽດນາມ ມາສຶກສາອົບຮົມ ຫຼັງພົບຂາຍເລກເຖື່ອນ.
ໃນວັນທີ 18 ສິງຫາ 2020 ທີ່ຜ່ານມາ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງສາລະວັນ ໄດ້ສຶກສາອົບຮົມ ຜົວ-ເມຍຊາວຫວຽດນາມ ທີ່ເຄື່ອນໄຫວຂາຍເລກເຖື່ອນ ( ເລກໄທ-ຫວຽດນາມ) ຢູ່ແຂວງສາລະວັນ.
ຮອ ອໍາພອນ ພົມມະຫາໄຊ ຫົວໜ້າພະແນກສືບສວນ-ສອບສວນຄະດີອາຍາ ປກສ ແຂວງສາລະວັນ ໃຫ້ຮູ້ວ່າ: ໄດ້ກັກຕົວ ທ້າວ ຫງຽນດ້າຍກິວ ອາຍຸ 40 ປີ ແລະ ນາງ ເລຮົງຢຸງ ອາຍຸ 38 ປີ ສັນຊາດຫວຽດນາມ ເປັນຜົວ-ເມຍ ພັກເຊົາຢູ່ບ້ານຫຼັກ 2 ເມືອງ ແລະ ແຂວງສາລະວັນ ໃຫ້ຂໍ້ຫາຂາຍເລກເຖື່ອນ ( ຫວຽດນາມ ແລະ ໄທ ) ມາແຕ່ປີ 2018; ເຊິ່ງການກະທໍາດັ່ງກ່າວຂອງພວກກ່ຽວ ແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ມາດຕາ 141 ຂອງປະມວນກົດກົດໜາຍອາຍາ ສະບັບປັບປຸງປີ 2017 ການຄ້າຂາຍເລກເຖື່ອນ.
ເຈົ້າໜ້າທີ່ ໄດ້ສຶກສາອົບຮົມ ໃຫ້ພວກກ່ຽວປ່ຽນແປງພຶດຕິກຳທີ່ຜິດຕໍ່ລະບຽບກົດໝາຍ ແລ້ວຫັນມາປະກອບອາຊີບທີ່ຖືກຕ້ອງ.ໃນກໍລະນີທີ່ພົບເຫັນການກະທໍາຜິດໃນຄັ້ງຕໍ່ໄປແມ່ນຈະຖືກດໍາເນີນຄະດີຕາມລະບຽບກົດໝາຍໂດຍບໍ່ມີການຍົກເວັ້ນ.