
ຫາຊົມຍາກພາບບັນຍາກາດ ໂລະລາດປີໃຫມ່ລາວ ປີ 1975 ທີ່ນະຄອນຫລວງພຣະບາງ
1st December 2019ການໂລະລາດ ໃນບຸນປີໃຫມ່ລາວ ເມື່ອເດືອນເມສາ ປີ 1975 ເຊິ່ງໃນບັນດາຮູບຖ່າຍສີເຫລົ່ານີ້ຈະເຫັນວິຖີຊີວິດຂອງຜູ້ຄົນ ການແຕ່ງຕົວ ການຊື້-ກາຍຂາຍ ສິນຄ້າ ຮູບແບບສິ່ງອຸປະໂພກ-ບໍລິໂພກ ເຊິ່ງເມື່ອກ່ອນຍັງນຳໃຊ້ຜະລິດຕະພັນຈາກທຳມະຊາດເປັນຫລັກ ເຊັ່ນ ໃຊ້ໃບຕອງ ໃຊ້ຕອກມັດ.
*
*
*
*
ຊື້-ຂາຍຜະລິດຕະພັນ ຫັດຖະກຳພຶ້ນຖິ່ນ ເປັນຫລັກ ເຊິ່ງຮູບພາບເຫລົ່ານີ້ເປັນຮູບພາບທີມີຄຸນຄ່າ ທາງປະຫວັດສາດ ທີ່ຖ່າຍທອດໂດຍ Ernest and Phaythoune Kuhn ໃຫ້ພວກເຮົາທີເກີດໃຫມ່ໃຫຍ່ລຸ້ນໄດ້ເຫັນ ອີກທັງຜູ້ທີ້ເປັນຢູ່ໃນຍຸກນັ້ນ ກໍ່ຍັງຣະນຶກຍ້ອນກັບຫວນຄືນສູ່ອະດິດທີເຄີຍດຳຣົງຊີວິດໃຊ້ຊິວິດທີຮຽບງ່າຍໃນໄລຍະນັ້ນ ເຊິ່ງເພິ່ນເຫລົ່ານັ້ນກໍ່ຄົງຈະອອກມາໃຫ້ຄຳຄິດຄຳເຫັນ ເກັດເລັກ-ເກັດນ້ອຍ ມາເລົ່າສູ່ຟັງວ່າເນາະ ?
*
*
*
*
*
ຂອບໃຈຮູບພາບ : Ernest and Phaythoune Kuhn