
ຈົບຄວາມສຳພັນແຟນ ຫຼຸດສະຖານະເປັນພຽງໝູ່ ມຸກ-ທອຍ “ເຮົາຮູ້ສຶກດີຕໍ່ກັນຫຼາຍ ແຕ່ເປັນໄດ້ພຽງໝູ່ກັນ”
25th August 2020ອີກໜຶ່ງຄູ່ຮັກດາລາ ທີ່ຫວານກັນສະຈົນຕ້ອງອິດສາ ສຳລັບ ສາວ ມຸກ ແລະ ທອຍ ດາລານັກສະແດງໄທ ຊ່ອງONE 31 ທີ່ຄົບກັນມາໄດ້ປະມານ ປີປາຍ
.
ແຕ່ແຟນຄັບກໍຕ້ອງເສຍດາຍທີ່ທັງຢູ່ ອອກມາປະກາດວ່າ ສະຖານະຕອນນີ້ຄືເປັນໝູ່ກັນ ຂໍຢຸດຄວາມສຳພັນນີ້ໄວ້ເທົ່ານີ້ ຫຼັງຈາກນັ້ນທັງຄູ່ກໍໂພສເສົ້າ ເຊິ່ງບອກວ່າບໍ່ມີມືທີ 3 ແຕ່ຢ່າງໃດ ອາດເປັນເພາະທັງຄູ່ຕ່າງວຽກຫຼາຍບໍ່ມີເວລາໃຫ້ກັນ ແລະ ກັນ ຈົນຮູ້ສືກເປັນໝູ່ມັນດີກວ່າ
ແຕ່ທັງ 2 ກໍຍັງຮູ້ສຶກດີນຳກັນຫຼາຍ ເປັນກຳລັງໃຈໃຫ້ກັນ ແລະ ກັນສະເໝີ ໃນຖານະໝູ່
ແນວໃດກໍຂໍໃຫ້ທັງ 2 ພົບຄົນທີ່ດີດ ຫຼືຈະດີກັນອັນນີ້ກໍຂຶ້ນຢູ່ກັບທັງ 2 ຄົນ ຕິດຕາມຕໍ່ໄປເດີ້
.