
ຈັບໄດ້ 5 ຄົນແລ້ວ! ນັກໂທດທີ່ໂຕນໜີທີ່ຄຸກຂຸມຂັງໂພນຕ້ອງ ຍັງອີກ 7 ຄົນ
25th August 2020ຈັບໄດ້ແລ້ວ 5 ຄົນ ຈາກ 12 ຄົນ ນັກໂທດທີ່ໂຕນໜີຈາກຄ້າຍຄຸມຂັງ ໂພນຕ້ອງ ໃນມື້ວານນີ້
ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວ່າ: ຮອດປັດຈຸບັນນີ້ເຈົ້າໜ້າທີ່ຄ້າຍຄຸມຂັງສາມາດຈັບກຸມ ນັກໂທດໄດ້ 5 ຄົນແລ້ວ ຍັງ 7 ຄົນ ຈາກນັກໂທດທີ່ໂຕນໜີອອກຈາກຄ້າຍຄຸມຂັງທັງໝົດ 12 ຄົນ, ຊຶ່ງເປັນນັກໂທດຄະດີຢາເສບຕິດທັງໝົດ.