
ໜ້າສົງສານ ຕັ້ງ 8 ບ້ານ ເມືອງວຽງຄຳ ຫວງພະບາງ ຂາດໄຟຟ້າໃຊ້ ເນື່ອງຈາກຕົ້ນໄມ້ຫັກທັບຕາຂ່າຍໄຟຟ້າ
25th August 2020ຝົນຕົກໜັກຫລາຍວັນ ເມື່ອວັນທີ 24 ສິງຫາ 2020 ຜ່ານມາ ໃນເວລາ 16:00 ໂມງ
ໄດ້ເກີດມີຕົ້ນໄມ້ຫັກທັບຕາຂ່າຍໄຟຟ້າ ແຮງກາງ 22 ກິໂລໂວນ ເສົາ 12 ແມັດ ຫັກ ຈຳນວນ 1 ຕົ້ນ, ຄອນສາຍຫັກ ຈຳນວນ 4 ຄອນ.
ເຮັດໃຫ້ປະຊາຊົນບໍ່ໄດ້ຊົມໃຊ້ໄຟຟ້າ ຈຳນວນ 8 ບ້ານຄື: ບ້ານດອນແກ້ວ, ບ້ານໜ້ອຍ, ບ້ານວັງຄຳ, ບ້ານ ຕຸ່ມມິ່ງ, ບ້ານວຽງທອງ, ບ້ານສົບເຮື່ອງ, ບ້ານນໍ້າຊອຍ ແລະ ບ້ານໜອງວຽງຄຳ, ເມືອງ: ວຽງຄໍາ, ແຂວງຫລວງພະບາງ.
ພາບ-ຂ່າວ: ລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງພະບາງ.