
ອີຕົນເດ! ລົດພວງ12 ລໍ້ ໄຫລມາຕຳລົດກະບະວີໂກ້ ເຮັດໃຫ້ມີບາດເຈັບກວ່າ 10 ຄົນ ທີ່ຫຼວງພະບາງ
1st December 2019ລາຍງານຈາກ ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ ໃຫ້ຮູ້ວ່າ: ໃນຕອນທ່ຽງຂອງວັນທີ 1 ທັນວາ 2019 ເວລາ 12: 34 ນາທີ
ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີອຸປະຕິອຸປະຕິເຫດ ລົດພວງ ເສຍຫຼັກ ໄຫຼມາຕຳລົດກະບະວີໂກ້
ຢູ່ເສັ້ນທາງ ບ້ານ ກົກງິ້ວ ນະຄອນຫລວງພະບາງ ແຂວງ ຫຼວງພະບາງ.
ເມື່ອຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງອອກກວດສອບພົບຜູ້ບາດເຈັບທັງຫມົດ 14 ຄົນ,ຍິງ 10 ຄົນ ໃນນັ້ນມີເດັກນ້ອຍທັງຫມົດ 03 ຄົນ ຍິງ 01 ຄົນ ແລະ ມີຄົນເສຍຊີວິດ ເປັນເພດຍິງ 01 ຄົນ ເຊິ່ງມີລາຍຊື່ດັ່ງນີ້:
1. ນາງ ແປ້ນ ອາຍຸ35 ປີ ບ້ານ ຫນອງບົວຄຳ ເມືອງຫລວງພະບາງ ( ເສຍຊີວິດຄາທີ່ )
2. ນາງ ຈັນທີ ອາຍຸ 50ປີ ( ແມ່ຂອງຜູ້ເສຍຊີວິດ) ມີບາດແຜຈີກ ຢູ່ຫນ້າແຄ່ງເບື້ອງຂວາ.
3.ນາງ ຜິວ ອາຍຸ 39 ປີ ມີບາດແຜຈີກກ້ອງຕາເບື້ອງຊ້າຍ.
4.ນາງ ຄູນ ອາຍຸ 38 ປີ ມີບາດແຜຈີກ ຢູ່ຫນ້າຜາກ.
5 ນາງ ແກ້ວ ອາຍຸ 32 ປີ ມີບາດແຜຈີກຢູ່ຮີມປາກເບື້ອງລຸ່ມ.
6.ນາງ ຂຶມ ອາຍຸ 28 ປີ ມີອາການ ແຫນ້ຫນ້າເອິກ
7. ນາງ ໄລ ອາຍຸ 68 ປີ ມີບາດແຜຈີກຢູ່ຫນ້າແຄ່ງເບື້ອງຂວາ ແລະ ມີບາດແຜເຫລີ້ນ ຢູ່ຫນ້າແຄ່ງເບື້ອງຊ້າຍ.
8.ນາງ ບຸນຫມັ້ນ ອາຍຸ 30 ປີ ມີບາດແຜຈີກຢູ່ເປືອກຕາເບື້ອງຂວາ.
9. ນາງ ໃສ ອາຍຸ 70 ປີ ມີອາການເຈັບແຫນ້ນຫນ້າເອິກ
10. ນາງ ຂວັນຕາ ອາຍຸ 02 ປີ ມີບາດແຜເຫລີ້ນຢູ່ຂາເບື້ອງຂວາ.
11. ທ້າວ ຕຸ້ຍ ອາຍຸ 32 ປີ ມີອາການປວດກົກແຂນ ເຈັບມື ເບື້ອງຂວາ ແລະ ເຈັບຂໍ່ຕີນເບື້ອງຊ້າຍ.
12. ທ້າວ ສົມຈັນ ອາຍຸ40 ປີ ມີອາການເຈັບແຫນ້ນຫນ້າເອິກ.
13 ທ້າວ ເນີນ ອາຍຸ 09ປີ ມີບາດແຜຈີກໃຫຍ່ຢູ່ຫົວ.
14 ທ້າວ ທອງສຸກ ອາຍຸ07 ປີ ມີບາດແຜຈີກຢູ່ຫົວ.
ທາງທີມງານຫນ່ວຍກູ້ຊີບ ອົງການກາແດງລາວ ໄດ້ປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງຄົນເຈັບຈຳນວນ 12 ຄົນ ໄປໂຮງໝໍແຂວງຫລວງພະບາງ,ເດັກນ້ອຍເພດຊາຍ 02ຄົນ ແມ່ນໄດ້ນຳສົ່ງໂຮງໝໍເພື່ອນລາວ.
ສ່ວນຮ່າງຜູ້ເສຍຊີວິດ ແມ່ນນຳສົ່ງໂຮງເຢັນ ຂອງໂຮງໝໍແຂວງຫລວງພະບາງ. ພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງ ຂອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນ