
ຊົມເຊີຍ ຊາວລາວອິນເດຍຮ່ວມສົມທົບທຶນກັນສ້າງໂຮງຮຽນ ທີ່ເປີດເປັນບ່ອນຮຽນການກຸສົນ ຮຽນຟຣີ !
24th August 2020ຜູ້ໃຊ້ເຟດບຸກ Chansuda Sayaphone ໂພສ:
ອີກ1ໂຮງຮຽນຄື: ຄວາມພາກພູມໃຈ ຂອງພີ່ນ້ອງຊາວລາວອິນເດຍໄດ້ຮ່ວມສົມທົບທຶນກັນສ້າງຈາກໃຈກຸສົນ ທີ່ຢາກມອບສິ່ງດີໆໃຫ້ຜືນແຜ່ນດິນຄື: ປະເທດລາວ ຈົນສຳເລັດຈົບງາມ ແລະ ເປີດເປັນບ່ອນຮຽນການກຸສົນ ຄືຮຽນຟຣີ ບໍ່ເສຍຄ່າໃຊ້ຈ່າຍໃດໆ
.
ນັບແຕ່ປະຊັ້ນປະຖົມຮອດຊັ້ນມັດທະຍົມ ຮຽນແບບໂຮງຮຽນທົ່ວໄປມີ ຮຽນພາສາລາວ, ພາສາອັງກິດ ແລະ ຄອມພິວເຕີ້
.
.
ມອບໃຫ້ກັບຜູ້ຂາດເຂີນ ຫລື ບໍ່ມີທຶນໃນການສຶກສາ ເຫັນແລ້ວປື້ມປິຕິໃຈ ດີໃຈ ແລະ ຂອບໃຈແທນນ້ຳໃຈອັນປະເສີດ, ນ້ຳໃຈເສຍສະລະທີ່ຍິ່ງໃຫຍ່ຂອງທຸກທ່ານທີ່ເຮັດເພື່ອສັງຄົມລາວ
.
ເຊິ່ງໂຮງຮຽນຕັ້ງຢູ່ໃສນັ້ນຕິດຕາມຕໍ່ໄປເດີ້