
ເປັນບຸນຍາມສະລາອີ່ຫຼີ! ໜຸ່ມຕາມຫາແມ່ນົມເກືອບ 20 ປີຈົນພົບ ບໍລໍຊ້າຕອບບຸນແທນຄຸນທຸກຢ່າງ
21st August 2020ເລື່ອງລາວຂອງຊາຍໜຸ່ມທີ່ຕາມຫາແມ່ນົມ ຂອງເພິ່ນ ໜຸ່ມຍາວ ສຸດທິພົງ ທີ່ແຍກຍ້າຍຈາກກກັນມາເປັນເວລາເກືອບ 20 ປີ ຈົນພົບ, ຫຼັງຈາກພົບແມ່ນົມ ໜຸ່ມຄົນນີ້ກໍ່ບໍລໍຊ້າຫາທາງຕອບບຸນແທນຄຸນ ຊ່ວຍທຸກຢ່າງເທົ່າທີ່ຈະເຮັດໄດ້ ແລະ ຕອນນີ້ໄດ້ຂ່າວແວ່ວມາວ່າ ເຮືອນທີ່ຕັ້ງໃຈສ້າງໃຫ້ແມ່ນົມ ຕອນນີ້ສໍາເລັດ ເຂົ້າຢູ່ໄດ້ແລ້ວ.
ພົບແລ້ວຫຼັງຕາມຫາມາດົນ
ຕໍ່ກັບເລື່ອງລາວດີໆແບບນີ້ ໜຸ່ມຍາວກໍ່ໄດ້ໂພສພາບ ພ້ອມຂໍ້ຄວາມໃຫ້ຮູ້ວ່າ: ບ້ານແມ່ນົມຂ້ອຍແລ້ວໆ ດ້ວຍງົບປະມານ 25ລ້ານກີບ, ເປັນເງິນທີ່ຫຼາຍ ແຕ່ກໍ່ບໍ່ຫຼາຍກວ່າບຸນຄຸນຂອງເຈົ້າ ທີ່ລ້ຽງຂ້ອຍແຕ່ເກີດຈົນຮອດອາຍຸ 10ປີ. ຈາກເຮືອນທີ່ມີແຕ່ເສົາ ບໍ່ມີຫ້ອງນໍ້າ…ມາມື້ນີ້ ມີຝາ, ມີຫ້ອງນຳ້ແລ້ວ.
ບໍ່ລໍຊ້າທີ່ຈະແທນຄຸນ ປຸກເຮືອນໃຫ້ພ້ອມ
ນຸ່ມຍາວຍັງບອກອີກວ່າ: ມື້ໃດເຮົາຫາເງິນໄດ້ອີກ ເຮົາຈະໄປທາສີ ປູກະໂລ້ ເຮັດເທີບຫຼັງຄາໜ້າບ້ານໃຫ້ອີກເດີ້ເອື້ອຍນາງ; ເພິ່ນຂໍຢືມໂທລະສັບຄົນຂ້າງບ້ານເພິ່ນວີດີໂອຄໍມາ ໂຊເຮືອນຫຼັງໃໝ່ພ້ອມກັບນຳ້ຕາແຫ່ງຄວາມດີໃຈ…ເພິ່ນເວົ້າແຕ່ຄຳດຽວຕະຫຼອດແມ່ນ “ສາທຸສາທຸ“; ຫວ່າງໆເຮົາຊິໄປຫຼີ້ນນຳຢູ່ສະຫວັນນະເຂດເດີ້ ຊ່ວງນີ້ຄາວຽກຫຼາຍ; ຮັກແລະຄິດຮອດສະເໝີ.
ຫ້ອງນໍ້າກໍ່ໄດ້ໃໝ່
ເລື່ອງລາວດັ່ງກ່າວຖືເປັນອີກເຫດການດີໆທີ່ເກີດຂຶ້ນໃນສັງຄົມ ແອັດຂໍຊົມເຊີຍໃນຄວາມຮູ້ຄຸນຄົນຂອງໜຸ່ມຄົນນີ້; ແນ່ນອນວ່າຄວາມດີທີ່ເຮັດໄປ ກໍ່ຈະມີສິ່ງດີໆກັບເຂົ້າມາຫາຕົວເຈົ້າເອງ ແລະ ຄອບຄົວແນ່ນອນ.
ຈາກ: https://www.laothai.net/