
ຮຽນຜູ້ໃຈບຸນ ! ຊ່ວຍອຸປະຖຳຊຸດປ້ອງກັດຕໍ່ແຕນ ແລະ ຮັງເຜີ້ງໃຫ່ຍ ໃຫ້ໜ່ວຍກູ້ໄພນະຄອນຫລວງ1624
16th August 2020ຮຽນທ່ານຜູ້ໃຈບຸນທັງຫຼາຍຊ່ວຍອຸປະຖຳຊຸດປ້ອງກັດຕໍ່ແຕນແລະຮັງເຜີ້ງໃຫ່ຍໃຫ້ໜ່ວຍກູ້ໄພນະຄອນຫລວງ1624ດ້ວຍ.
.
ໜ່ວຍກູ້ໄພນະຄອນຫລວງ1624ໃນປະຈຸບັນແມ່ນມີທີມຍ້າຍສັດມີຜິດ ແລະ ອັດຕະລາຍຕໍ່ຄົນອອກຈາກບ້ານ ຫຼື ໄກ້ເຮືອນພໍ່ແມ່ປະຊາຊົນເປັນຕົ້ນແມ່ນຕໍ່,ແຕນ ແລະ ຮັງເຜີ້ງໃຫ່ຍ ແຕ່ທີມງານຍັງຂາດຊຸດປ້ອງກັນເລີຍວອນຜູ້ໃຈບຸນທັງຫຼາຍຊ່ວຍອຸປະຖຳດ້ວຍ.
ລາຄາຊຸດໜຶ່ງແມ່ນ 450.000ກີບ ທີມງານຕ້ອງການ3ຊຸດ.
ຂໍຂອບໃຈຜູ້ທີ່ໃຈບຸນທັງຫລາຍທີ່ຮ່ວມຊ່ວຍເຫລືອສັງຄົມພວກເຮົາ ຂໍໃຫ້ທຸກທ່ານ ແລະ ຄອບຄົວຈົ່ງມີສຸຂະພາບແຂວງແຮງແລະລ້ຳລວຍຕະຫລອດໄປສາທຸເຖີດ.
ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE.
ເລກບັນຊີ: LAK 010120000993902001
ເບີໂທຕິດຕໍ່ 020 2244 1624