
ເຕືອນໄພຜູ້ເດີນທາງຜ່ານທາງເລກທີ 13 ໃຕ້ ເຂດບ້ານນາໄຊ ເມືອງທ່າພຣະບາດ ລະດັບນ້ຳສູງຂຶ້ນເລື້ອຍໆ
15th August 2020ລາຍງານຈາກເມືອງທ່າພຣະບາດ ໃນວັນທີ 15 ສິງຫາ 2020 ເວລາ 13 ໂມງ ຢູ່ທີ່ບ້ານ ນາໄຊ ເມືອງທ່າພະບາດແຂວງ ບໍລິຄຳໄຊ
ໄດ້ເກີດມີນ້ຳຖ້ວມເປັນບໍລິເວນກວ້າງ ເນື່ອງຈາກວ່າມີຝົນຕົກຫນັກໝົດມື້
.
ເຮັດໃຫ້ມີລະດັບນ້ຳຖ້ວມເສັ້ນທາງເລກ13ໃຕ້ ຄວາມຍາວປະມານ 100 ກ່ວາ ແມ້ດ ຄວາມເລີກ ປະມານ 50 ກ່ວາ ຊັງຕິແມັດ
.
ການສັນຈອນເປັນອຳມະພາດ ລົດເກງ ຫຼື ລົດຕ່ຳບໍ່ສາມາດຜ່ານໄດ້
.