
ການນຳຂັ້ນສູງພັກ, ລັດ ໄຫວ້ອາໄລ ອະດີດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ …….
14th August 2020ວັນທີ 14 ສິງຫາ 2020, ການນຳຂັ້ນສູງພັກ ແລະ ລັດ ຖະບານ ແຫ່ງສປປ ລາວ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າວາງພວງມາລາ ແລະ ຂຽນປຶ້ມໄຫວ້ອາໄລ ເຖິງດວງວິນຍານ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳລາວ ທີ່ນະຄອນຫລວງວຽງຈັນ.
ໃນປຶ້ມໄຫວ້ອາໄລມີເນື້ອໃນຂຽນວ່າ:“ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ ມີຄວາມໂສກເສົ້າເສຍດາຍເປັນຍ່າງຍິ່ງ ເມື່ອໄດ້ຮັບຂ່າວການຈາກໄປຂອງ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໃນວັນທີ 7 ສິງຫາ 2020 ຜ່ານມາ.
.
ການຈາກໄປຂອງ ສະຫາຍ ເລຂາຟຽວ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ສູນເສຍນັກປະຕິວັດຜູ້ອົງອາດກ້າແກ່ນບໍ່ຍອມຈຳນົນ, ຜູ້ນຳທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ, ສະຫາຍ ເລຂາຟຽວໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.
.
ການຈາກໄປຂອງສະຫາຍ ຍັງເປັນການສູນເສຍເພື່ອນຮ່ວມຮົບປະຕິວັດຜູ້ອົງອາດກ້າແກ່ນ ໃນໄລຍະທີ່ສອງປະເທດພວກເຮົາດຳເນີນການຕໍ່ສູ້ ເພື່ອຄວາມເປັນເອກະລາດແຫ່ງຊາດ ເປັນເວລາຫລາຍທົດສະຫວັດຜ່ານມາ, ສູນເສຍສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າ. ສະຫາຍເປັນຜູ້ໜຶ່ງທີ່ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດລາວ ແລະ ຫວຽດນາມຕະຫລອດມາ.
ໃນຊ່ວງເວລາເສົ້າໂສກເສຍດາຍນີ້, ພວກຂ້າພະເຈົ້າຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ແນວໂຮມປະເທດຊາດຫວຽດນາມ ກໍ່ຄືຄອບຄົວ, ຍາດຕິພີ່ນ້ອງຂອງສະຫາຍເລຂາຟຽວມານະໂອກາດນີ້ດ້ວຍ.
.
ພວກຂ້າພະເຈົ້າເຊື່ອໝັ້ນວ່າພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈະຫັນຄວາມເສົ້າໂສກນີ້ໃຫ້ເປັນພະລັງແຮງສືບຕໍ່ພາລະກິດ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ. ຂໍໃຫ້ດວງວິນຍານຂອງສະຫາຍ ເລ ຂາຟຽວ ຈົ່ງໄປສູ່ສຸຂະຕິເຖີ້ນ ”.
ນອກຈາກ ຄະນະຜູ້ແທນຂັ້ນສູງພັກລັກແລ້ວ, ຍັງມີການນຳຂະແໜງການຕ່າງໆ ໄດ້ໄປວາງພວງມາລາທີ່ສະຖານທູດຫວຽດນາມເຊັ່ນກັນ.
.
ທີ່ມາ: ຂປລ