
ບົດຄວາມດີໆ ຂອງການເລີ່ມຕົ້ນຊີວິດຄູ່ ອ່ານເລີຍ
12th August 2020ສາວໂພສບົດຄວາມດີໆ ຄົນທີ່ມີຄູ່ ຫຼື ກຳລັງຈະມີຄູ່ອ່ານໄດ້ເລີຍ:
ຕະຫລອດໄລຍະເວລາທີ່ເຮົາຄົບກັນມາ 7-8 ປີ ທີ່ສຶກສາເບິ່ງໃຈກັນ ເຖິງວ່າບາງຄັ້ງເຮົາຈະມີຜິດຖຽງກັນມັນກໍເປັນບົດຮຽນໃຫ້ເຮົາຮຽນຮູ້ນິໄສໃຈຄໍກັນໄດ້ຫລາຍຂຶ້ນ ທຸກຄົນທີ່ຄົບກັນບໍ່ມີຄູ່ໃດທີ່ບໍ່ມີບັນຫາ ຕ້ອງມີທຸກຄູ່ ພຽງແຕ່ວ່າ ເຮົາຈະຍອມເສຍປຽບບາງຄັ້ງຄາວ ແຕ່ກໍບໍ່ໄດ້ໝາຍວ່າຈະຍອມທຸກຢ່າງ ຖ້າອັນໃດບໍ່ສົມຄວນເຮົາກໍຕ້ອງໄດ້ເວົ້າເພື່ອເຕືອນສະຕິ ເວລາຜູ້ຫນື່ງຮ້າຍ ຜູ່ໜື່ງຕ້ອງນີ້ງໄວ້ ຖ້າຢາກປະຄັບປະຄອງກັນໄວ້
ເພາະການໃຊ້ຊີວິດຄູ່ເຮົາກໍຕ້ອງຄ່ອຍໆຮຽນຮູ້ໄປເທື່ອລະນ້ອຍ ວ່າຕອນເປັນແຟນກັນ ເຮົາສາມາດປັບໂຕເຂົ້າຫາກັນໄດ້ບໍ່ ການປັບໂຕກໍຕ້ອງປັບທັງສອງຝ່າຍ ບໍ່ແມ່ນຝ່າຍໃດຝ່າຍໜື່ງຕ້ອງຝືນເຮັດຄົນດຽວ ໃນເມື່ອເຮົາຮູ້ນິໃສກັນການໃຊ້ຊີວິດກໍຈະຄ່ອຍໆດີຂຶ້ນ ຕະຫລອດໄລຍະເວລາທີ່ຜ່ານມາ ເຮົາກໍຜ່ານຜ່າມານຳກັນໃນຫລາຍໆຢ່າງ
ມາຮອດປັດຈຸບັນຂ້ອຍຈື່ງເລືອກແລ້ວທີ່ຈະໃຊ້ຊີວິດກັບຄົນນີ້ ແລະ ຄົນດຽວເທົ່ານັ້ນ ເພາະເຈົ້າເປັນທຸກຢ່າງໃຫ້ຂ້ອຍໄດ້ ທັງຄ່ອຍບອກ ຂໍ້ດີ ແລະ ຂໍ້ເສຍຂ້ອຍຢູ່ຈຸດໃດ ເຈົ້າຈະເຕືອນໃຫ້ຂ້ອຍມີສະຕິທຸກຄັ້ງ.
ຂອບໃຈ ພໍ່ ແມ່ ທັງສີ່ ແລະ ປ້າ ລຸງ ອ້າຍ ເອື້ອຍ ນ້ອງ ທີ່ຄ່ອຍຊ່ວຍເຫຼືອພວກເຮົາຕະຫລອດມາ ຖ້າບໍ່ມີພວກເພີ່ນ ພວກເຮົາຄົງບໍ່ມີວັນນີ້ ຂໍໃຫ້ທຸກຄົນຈົ່ງພົບເຈີແຕ່ສິ່ງທີ່ດີ ແລະ ລຳ້ລວຍ
ປະສົບການຊີວິດທີ່ຢາກຈະບອກ ແຕ່ຄັດຈ້ອນເອົາ ຖ້າຊິໃຫ້ເລົ່າຂຽນປື້ມເປັນກໍໄດ້ມັນຍາວ 😄
ສຳເລັດໄປແລ້ວ 90% ຍັງແຕ່ຕົກແຕ່ງພາຍໃນ ແລະ ລາຍປະຕູ ອີກ 4 ເດືອນ ກໍຈະເປັນຄອບຄົວແລ້ວ