
ດ່ວນ!! ສາລະວັນແຈ້ງໂຈະການຈັດງານບຸນຊ່ວງເຮືອປະຈຳປີ 2020
12th August 2020ສາລະວັນແຈ້ງ!! ໂຈະການຈັດງານບຸນຊ່ວງເຮືອປະຈຳປີ 2020 !!!
ເຈົ້າເມືອງໆສາລະວັນ ອອກແຈ້ງການເຖິງບັນດາຫົວໜ່ວຍທຸລະກິດ ການຈັດຕັ້ງພາກລັດ ປະຊາຊາຊົນທັງພາຍໃນແຂວງ ແລະ ຕ່າງແຂວງ ໃຫ້ຊາບທົ່ວກັນວ່າ:
ເມືອງສາລະວັນ (ໃນນາມເຈົ້າພາບຈັດງານບຸນຊ່ວງເຮືອປະເພນີ ປະຈຳປີ 2020) ຈະບໍ່ໄດ້ຈັດງານບຸນຊ່ວງເຮືອປະຈຳປີ 2020 ແລະ ບໍ່ໄດ້ຈັດງານວາງສະແດງສິນຄ້າ
ທັງນີ້, ເພື່ອເປັນການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ລະບາດໃນທົ່ວໂລກ ໂດຍສະເພາະກໍ່ແມ່ນປະເທດໃກ້ຄຽງຄື ສສ ຫວຽດນາມ ທີ່ມີຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນໃນປັດຈຸບັນ
.