
ຮ່ວມເປັນຄອບຄົວດຽວກັນ ກະເສມຣາດໂຮງໝໍອິນເຕີໃນນະຄອນຫຼວງວຽງຈັນ ປະກາດຮັບສະໝັກພະນັກງານຫຼາຍຕຳແໜ່ງ
12th August 2020ກະເສມຣາດໂຮງໝໍອິນເຕີໃນນະຄອນຫຼວງວຽງຈັນ ຫຼັງຈາກເລັ່ງມືກໍ່ສ້າງມາຢ່າງບໍ່ຢຸດບໍ່ເຊົາທ່າມກາງຄວາມທ້າທາຍຈາກການລະບາດຂອງພະຍາດໂຄວິດ 19 ແຕ່ພະນັກງານກຳມະກອນກໍ່ເດີນໜ້າເຮັດໜ້າທີ່ຕົນເອງ, ຫຼ້າສຸດຜູ້ຮ່ວມທຶນຝ່າຍລາວເປີດເຜີຍ ຕອນນີ້ເຫຼືອພຽງຂັ້ນຕອນເອົາເຄື່ອງມືເຂົ້າປະຈຳການ ແລ້ວກໍ່ຈະກ້າສູ່ຂັ້ນຕອນການທົດລອງເປີດນຳໃຊ້ໄດ້.
ຄວາມຄືບໜ້າເມື່ອຕົ້ນປີ 2020
ທ່ານ ນາງ ວາລີ ເວດສະພົງ ຜູ້ຮ່ວມທຶນສ້າງໂຮງໝໍກະເສມຣາດ ວຽງຈັນອິນເຕີນເນັດຊັນແນວ ຝ່າຍລາວໄດ້ໂພສລົງໃນເຟສບຸກສ່ວນຕົວຫຼ້າສຸດນີ້ລະບຸວ່າ: ເຖິງແມ່ນ COVID19 ຈະມີຜົນກະທົບຕໍ່ໂຄງການສ້າງໂຮງຫມໍ ກະເສມລາດ ໃຫ້ມີຄວາມຊັກຊ້າອອກໄປ ບໍ່ໄປຕາມແຜນທີ່ວາງໄວ້ດ້ານເວລາ ແຕ່ພວກເຮົາກໍຈະພະຍານາມອົດທົນສືບຕໍ່ລໍຖ້າການຜ່ອນຄາຍຈິງຈັງ ເພື່ອໃຫ້ຊ່ຽວຊານຕ່າງປະເທດ ສາມາດເຂົ້າມາສືບຕໍ່ຕິດຕັ້ງເຄື່ອງມືອຸປະກອນການແພດແລະວຽກງານອື່ນໆທີ່ຍັງຄ້າງຄາໃນຂອດໃກ້ສຸດທ້າຍແລ້ວ 😅 ທີມງານເຮົາ ສູ້ໆ ✌️✌️.
ໂຮງໝໍກະເສມຣາດ ຕາມແຜນແມ່ນຈະໃຫ້ລະບົບພື້ນຖານໂຄງລ່າງໂດຍລວມແລ້ວ ພ້ອມໄດ້ທົດລອງນຳໃຊ້ໃນທ້າຍປີນີ້ ແຕ່ເນື່ອງຈາກຜົນກະທົບຈາກພະຍາດໂຄວິດ-19 ຕອນນີ້ຈິ່ງປະກາດຮັບເພື່ອນຮ່ວມງານໄປກ່ອນ ໂດຍທາງໂຮງຫມໍກະເສມລາດ ຕ້ອງການເພື່ອນຮ່ວມງານ ຫລາຍຕຳແຫນ່ງ ທ່ານໃດສົນໃຈ ຍື່ນໃບສະຫມັກງານ ຕາມລາຍລະອຽດທີ່ໂພສລົງມານີ້ເດີ້
ໂຮງໝໍກະເສມຣາດ ອິນເຕີເນຊັ້ນແນວ ວຽງຈັນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ ປີ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ດ້ານງົບລົງທຶນ 60 ລ້ານໂດລາສະຫະລັດ ຫຼື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ, ເຈົ້າຂອງໂຄງການຢືນຢັນທ້າຍປີ 2020 ນີ້ຈະໃຫ້ສຳເລັດ ແລະ ຄາດວ່າຈະເປີດໃຫ້ບໍລິການຕົ້ນປີ 2021.
ຕາມຂໍ້ມູນກ່ອນໜ້ານີ້ໃຫ້ຮູ້ວ່າ: ພາຍຫຼັງທີ່ການກໍ່ສ້າງສຳເລັດສົມບູນໃນທ້າຍປີ 2020 ຈະໃຊ້ເວລາປະມານ 3 ເດືອນ ໃນການທົດສອບລະບົບຕ່າງໆ ເຊັ່ນ: ລະບົບການບໍລິຫານຈັດການ, ພະນັກງານ, ລະບົບໄອທີ ລວມໄປເຖິງລະບົບທຸກຢ່າງໃນໂຮງໝໍແລ້ວຈຶ່ງເປີດໃຫ້ບໍລິການ ບໍ່ເກີນໄຕມາດທຳອິດຂອງປີ 2021.
ສຳລັບໂຮງໝໍກະເສມຣາດ ຄາດວ່າຈະເປັນທາງເລືອກໜຶ່ງຂອງຜູ້ທີ່ມີສັກກະຍະພາບໃນການໃຊ້ຈ່າຍ ຫຼື ຜູ້ມີລາຍຮັບສູງ ໂດຍສະເພາະແມ່ນຜູ້ທີ່ມັກໄປປິ່ນປົວຢູ່ຕ່າງປະເທດ, ລາຄາກໍຈະບໍ່ແພງເກີນໄປ ເຊື່ອວ່າພາຍຫຼັງໂຮງໝໍແຫ່ງນີ້ເປີດບໍລິການແລ້ວຈະຊ່ວຍຫຼຸດຜ່ອນບັນຫາການຂ້າມຂອງໄປປົວຢູ່ຕ່າງປະເທດຫຼາຍຂຶ້ນ.
ທ່ານນາງ ວາລີ ເວດສະພົງ ຍັງໃຫ້ຮູ້ຕື່ມວ່າ: ສ່ວນບຸກຄະລາກອນໃນເບື້ອງຕົ້ນ ຈະນໍາເຂົ້າຊ່ຽວຊານຈາກຕ່າງປະເທດ ແລະ ອາດຈະໃຊ້ເວລາຫຼາຍປີພໍສົມຄວນຈົນ ກວ່າຈະສ້າງຊ່ຽວຊານທີ່ເປັນຄົນລາວໄດ້, ໂຮງໝໍກະເສມຣາດ ຈະໃຫ້ບໍລິການດ້ານສຸຂະພາບແບບຄົບວົງຈອນທີ່ເປັນລະບົບອາຊຽນ ເພື່ອບັນລຸເປົ້າໝາຍໃຫ້ໄດ້ມາດຕະຖານ ເຈຊີໄອ.
ກະເສມຣາດ ຕັ້ງຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ເຊິ່ງຈະດຳເນີນການກໍ່ສ້າງໂດຍການຮັບຮອງ ມາດຕະຖານຄຸນນະພາບ ສະຖານພະຍາບານລະດັບສາກົນ ຫລື JCI ແລະ ຈາກສະຖາບັນສະຖາປະນິກອາເມລິກັນ (AIA), ໃນດ້ານການໃຫ້ບໍລິການຈະປະກອບດ້ວຍ: ການບໍລິການຜູ້ປ່ວຍນອກ, ການບໍລິການຜູ້ປ່ວຍອຸບັດເຫດສຸກເສີນ, ການບໍລິການຜູ້ປ່ວຍວິກິດ, ການບໍລິການຜູ້ປ່ວຍໃນ ແລະ ຂະແໜງສະໜັບສະໜູນ ທາງດ້ານການແພດອື່ນໆ ດ້ວຍເຄື່ອງມືທີ່ທັນສະໄໝຄວບຄູ່ກັບຊ່ຽວຊານການແພດທີ່ເຊື່ອຖືໄດ້.
ຈາກ: https://www.laothai.net