
ໃຜແນ່ມັກກິນ “ແຈ່ວເຫັດປວກ” ອາຫານຈານເດັດປະຈຳລະດູຝົນ
9th August 2020ເອົາໃຈສາຍກິນ ໂດຍສະເພາະເຫັດທຳມະຊາດຢ່າງເຫັດປວກທີ່ຄົນສ່ວນຫຼາຍກໍໄດ້ກິນຍາມຝົນ ຫາກຢູ່ສະຖານທີ່ມີປວກ ແລະ ດິນດີ
ເຊິ່ງເຫັດປວກກໍສາມາດນຳມາປຸງແຕ່ງໄດ້ຫຼາຍເມນູ ບໍ່ວ່າຈະເປັນ ແກງ, ເອາະ, ໜຶ້ງ ແລະ ທີເດັດຄືການຈີ່ເຫັດແລ້ວມາຕຳແຈ່ວ ອັນນີ້ແຊບສຸດ ເວົ້າມາລະຢາກກິນ 55
ເຊິ່ງວິທີ່ເຮັດແມ່ບ້ານ, ພໍ່ບ້ານຄົງຮູ້ຈັກດີ ນຳເຮັດທີ່ໄດ້ມາມາລ້າງໃຫ້ສະອາດ, ປີ້ງ, ຈະໝົກຜັກບົ່ວ ຜັກທຽມ ຈີ່ໝາກເຜັດໃສ່ ບາງສູດກໍຕຳໃສ່ແຕ່ໝາກເຜັດ ຫຼື ບໍ່ໃສ່ກໍໄດ້ ຕາມດ້ວຍ ເກືອແປ້ງນົວລະກະແຊບໂລດ ຖ້າໃຜມັກຄວາມຫອມ ກໍໃສ່ຜັກຫອມປ້ອມ
.
ຈາກນັ້ນກໍນຳມາກິນໄດ້ເລີຍ
.