
ແນວໃດອ້າຍກໍຍັງຮັກຢູ່ “ຖ້າເຂົາຮັກຈິງ” ເຂົ້າຈະບໍ່ທຳຮ້າຍ ແລະ ບໍ່ເຮັດໃຫ້ເຈົ້າເສຍໃຈ ເພງໃໝ່ Zamio P Ft.Jenny Bella
7th August 2020ສ່ອງໜຸ່ມນັກຮ້ອງຫຼາກຄວາມສາມາດຢ່າງ ໜຸ່ມ Zamio P ທີ່ມັກແຕ່ງເພງ ແລະ ມີຜົນງານເພງໃຫ້ເຮົາໄດ້ຟັງ ໄດ້ຊົມຕະຫຼອດ
ຈາກທີ່ກ່ອນໜ້ານີ້ປ່ອຍເພງ “ສາວບ້ານນາປ່ຽນໄປ” ທີ່ຖືວ່າແຟນໆໄດ້ຊົມ ແລະ ໄດ້ຟັງ ອິນໄປຕາມໆກັນ
ຟັງທີ່ນີ້
ຫຼ້າສຸດ ຊາມີໂອ ກໍໄດ້ປ່ອຍຜົນງານເພງໃໝ່ ທີ່ຕໍ່ຈາກເພງ ສາວບ້ານນາປ່ຽນໄປ ເປັນສາວບ້ານນາປ່ຽນໄປ 2 ທີ່ໃສ່ຊື່ເພງວ່າ “ຖ້າເຂົາຮັກຈິງ”
ທີ່ມີເນື້ອໃນປະມານວ່າ ຖ້າເຂົາຮັກເຈົ້າແທ້ ເຂົາຄົງບໍ່ທຳຮ້າຍ ບໍ່ເຮັດໃຫ້ເຈົ້າເສຍໃຈ ແຕ່ແນວໃດຂ້ອຍກໍຖ້າ ແລະ ຮັກເຈົ້າສະເໝີ
.
.
ສຳລັບເພງນີ້ ໜຸ່ມ ຊາມິໂອ ໄດ້ສາວສຽງສຽງດີ ດັ່ງ ສາວ ເຈ່ນນີ້ ເບວລ້າ ມາຮ່້ອງຮ່ວມເປັນສຽງຜູ້ຍິງ ມ່ວນໄປອີກ
ຟັງ ແລະ ຊົມເອັມວີໄດ້ທີ່ນີ້ Zamio P – ຖ້າເຂົາຮັກຈິງ Ft.Jenny Bella (Official music video)