
ຊົມເຊີຍຄອບຄົວຕົວແບບ ປູກໝາກແຕງລາຍຮັບບໍ່ຕ່ຳກວ່າ 1 ລ້ານກີບຕໍ່ມື ແລະ ປູກເຂົ້າບໍ່ໃຊ້ສານເຄມີ ລາຍຮັບ 30 ກວ່າລ້ານ/ປີ
7th August 2020ທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ-ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ພ້ອມດ້ວຍ ທ່ານ ສົມໃຈ ອຸ່ນຈິດ ກຳມະການພັກແຂວງ-ເລຂາພັກເຈົ້າເມືອງລະຄອນເພັງ ມີທ່ານຮອງເຈົ້າເມືອງ, ຮອງຫົວໜ້າກະສິກຳ-ປ່າໄມ້ເມືອງ
ລົງຊຸກຍູ້ຄອບຄົວຕົວແບບໃນການປູກໝາກແຕງ ແລະ ປູກເຂົ້າບໍ່ໃຊ້ສານເຄມີ ຄື: ຄອບຄົວ ທ້າວ ໂພສີ ບ້ານຫຼັກ94 ເມືອງລະຄອນເພັງເປັນຄອບຄົວຕົວແບບໃນການປູກໝາກແຕງຄ້າງ ໃນຕົ້ນທືນ 2 ລ້ານກີບ ໃຊ້ເວລາ 40 ວັນ ກໍ່ສາມາດເກັບຂາຍສົ່ງອອກຕະຫຼາດ
ມີເງີນຈາກການຂາຍໝາກແຕງ 1 ລ້ານກີບຕໍ່ມື້
.
ແລະ ຄອບຄົວ ພໍ່ໃຫ່ຍເວີນ ບ້ານໂນນດີນຊາຍ ເປັນຄອບຄົວຕົວແບບໃນການປູກເຂົ້າ ໃນເນື້ອທີ່ 3 ເຮັກຕາ
ສ້າງລາຍຮັບປີໝື່ງ 30 ລ້ານກວ່າກີບ.
Cr: ຖວທ ເມືອງລະຄອນເພັງ