
ລາກູ້ ຜູ້ໃດກໍເຮັດໄດ້ ສູດນີ້ງ່າຍໆ ແຊບຫຼາຍ
9th August 2020ລາກູ້ ຜູ້ໃດກະເຮັດໄດ້ ສູດງ່າຍໆ ເວົ້າເລື່ອງລ້າກູ້ແລ້ວ ເຫັນທົ່ງໄປກໍຄົງເປັນງານດອງ, ງານລ້ຽງຕ່າງໆເຖິງຈະໄດ້ກິນ ເພາະບໍ່ອີ່ຫຼີ່ບໍ່ເຫັນຂາຍແມ່ນບໍ່ທຸກຄົນ ລາກູ້ທີ່ກິນກັບເຂົ້າຈີ່ເຂົ້າກັນໆ ແຊບ ແລະ ມື້ນີ້ບໍ່ຕ້ອງຖ້າໄປກິນຢູ່ຕາມງານຕ່າງໆແລ້ວ ເພາະເຮົາສາມາດເຮັດກິນເອງໄດ້ທຸກຄົນ ຕາມນີ້ເລີຍ
ກຽມ: ຊີ້ນງົວ ຂາລາຍ + ພື້ນທ້ອງ 1 ກິໂລ, ມັນຝຣັ່ງ 3 ຫົວໃຫຍ່, ກາລົດ 3 ຫົວໃຫຍ່, ຫົວຜັກບົວໃຫຍ່ 2 ຫົວ, ໝາກເລັ່ນໃຫຍ່ສົດ(ສັບລະອຽດ) 3 ໜ່ວຍ, ຊອດໝາກເລັ່ນ 1 ແກ້ວນ້ອຍ, ຊອດຫອຍ 4 ບ່ວງແກງ, ນໍ້າຕານ 1ບ່ວງແກງ, ເກືອ ເຄິ່ງບ່ວງແກງ, ຊີອິວ 3 ບ່ວງແກງ, ພິກໄທດຳ 1 ບ່ວງແກງ, ຂະນໍ 2 ບ່ວງແກງ, ກະທຽມສັບ 4 ບ່ວງແກງ, ຫອມແດງສັບ 2 ບ່ວງແກງ, ເນີຍເຄັມ 1 ກ້ອນ, ນໍ້າ 0.5 ລິດ
ຂັ້ນຕອນທີ 1: ໝັກຊີ້ນ,
ຊອຍຊີ້ນຕ່ອນໜາໜ້ອຍຫນຶ່ງ(ເພື່ອຕົ້ມໄປແລ້ວຊີ້ນຈະຫົດ), ລະລາຍເນີຍ 1/2 ກ້ອນ ດ້ວຍໄຟອ່ອນ, ໝັກຊີ້ນດ້ວຍ ຊອດຫອຍ 2 ບ່ວງແກງ, ນໍ້າຕານ 1 ບ່ວງແກງ ຄະນໍ 1 ບ່ວງແກງ, ກະທຽມສັບ 1 ບ່ວງແກງ ໃສ່ເນີຍທີ່ລະລາຍໄວ້, ຄົນໃຫ້ເຂົ້າກັນ ແລັບບໍ່ໃຫ້ລົມເຂົ້າ ແລະ ປະໄວ້ໃນຕູ້ເຢັນ ປະມານ 30 ນາທີ
ຂັ້ນຕອນທີ 2: ເຮັດຊອດລາກູ້
ຕັ້ງໄຟອ່ອນລະລາຍເນີຍ 1/2 ກ້ອນ, ປ່ຽນເປັນໄຟກາງຖອກກະທຽມສັບ ຫອມແດງສັບທີ່ເຫລືອທັງຫມົດ ລົງໄປຈຽວໃຫ້ຫອມ, ໃສ່ຊີ້ນທີ່ໝັກ ຜັດຈົນໝາດ, ໃສ່ໝາກເລັ່ນສັບ ຕົ້ມຈົນສຸກ, ໃສ່ຊອດໝາກເລັ່ນ ຂັ້ນຕອນນີ້ໝັ່ນຄົນຈົນຊອດປ່ຽນສີເຂັ້ມຂຶ້ນ, ເຕີມນໍ້າ 0.5 ລິດ ຕົ້ມປະມານ 45 ນາທີ (ຫລັງຈາກເອົານໍ້າລົງ ສາມາດປິດຝາໄດ້ປະມານ 15 ນາທີ ຫລັງຈາກນັ້ນໃຫ້ໝັ່ນຄົນ ເພາະເມື່ອນໍ້າໜ້ອຍ ຊອດອາດຕິດກົ້ນໝໍ້ງ່າຍ), ຕົ້ມໄປປະມານ 20 ນາທີ ໃຫ້ໃສ່ມັນຝຣັ່ງ ແລະ ກາລົດກ່ອນ, ເຫລືອ 10 ນາທີສຸດທ້າຍ ຈຶ່ງເອົາຫົວຜັກບົ່ວໃຫຍ່ລົງ, ຕຸ໋ນໄຟກາງ ແລະ ໃຫ້ໝັ່ນຄົນ, 5 ນາທີສຸດທ້າຍ ປຸງເກືອ ນໍ້າຕານ ຊີອິວ ພິກໄທດຳ ແລະ ຄະນໍ
.
ຂັ້ນຕອນສຸດທ້າຍ: ເສີບ
ຕັກໃສ່ຖ້ວຍ ເສີບພ້ອມເຂົ້າຈີ່, ເໝາະສຳລັບການເປັນອາຫານເຊົ້າ ແລະ ອາຫານວ່າງ
ເຄັດລັບ:
ຕ້ອງໝັກຊີ້ນໃສ່ເນີຍກ່ອນທຸກເທື່ອ ຊີ້ນຈະນຸ້ມ ແລະ ຫອມຂຶ້ນ, ຈຽວກະທຽມໃຫ້ຫອມ ເວລາສັບແລ້ວ ໃຫ້ຢິບເກືອໃສ່ກະທຽມໜ້ອຍໜຶ່ງ ເກືອຈະຊ່ວຍດຶງນໍ້າກະທຽມອອກມາ ເວລາຜັດຈະເຮັດໃຫ້ຫອມ
ຂອບໃຈຂໍ້ມູນ, ພາບຈາກ: Jipnoii Cooking – ຄົວຈິບນ້ອຍ