
ຖ້າທ່ານມາສຳພັດ..!!! ຊົມພາບ ແຫລ່ງທ່ອງທ່ຽວ ພູຜາມ່ານ ເອົາໃຈ ສາຍທ່ຽວ ແບບ ໂຫນ-ປີນ-ໄຕ່ Skywalk
29th October 2019ພູຜາມ່ານ ຈຸດຊົມວິວທີ່ງາມທີ່ສຸດຕາມເສັ້ນທາງເລກທີ 8 ເຊິ່ງເປັນທາງຜ່ານທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງຜ່ານເປັນປະຈຳ ຫຼ້າສຸດໄດ້ຖືກພັດທະນາເພີ່ມກິດຈະກຳໃໝ່ເຂົ້າໄປ ເອົາໃຈສາຍ adventure ທີ່ມັກຄວາມທ້າທາຍເໜືອປ່າຫິນດັ່ງກ່າວ ເຊິ່ງຕັ້ງຢູ່ໃນເມືອງຄູນຄຳ ແຂວງຄຳມ່ວນ.
ໂຄງການພັດທະນາຈຸດຊົມວິວພູຜາມ່ານໃຫ້ກາຍເປັນແຫຼ່ງທ່ອງທ່ຽວສຸດທ້າທາຍແຫ່ງໃໝ່ຂອງລາວ ກຳລັງມີຄວາມຄືບໜ້າຫຼາຍຂຶ້ນ ໂດຍໃນປັດຈຸບັນມີການຕິດຕັ້ງສາຍສະລິງ, ຂົວເຫຼັກ ແລະ ຂົວເຊືອກ ຫຼືຈະເອີ້ນວ່າ skywalk ກໍຍັງໄດ້ ພ້ອມທັງສິ່ງປ້ອງກັນຄວາມປອດໄພຕ່າງໆເປັນສ່ວນຫຼາຍ ຮວມທັງກຳລັງດຳເນີນການກໍ່ສ້າງຮ້ານອາຫານ ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະໄປສຳຜັດບັນຍາກາດ.
ໂຄງການດັ່ງກ່າວນີ້ດຳເນີນການໂດຍ Green Discovery ບໍລິສັດທ່ອງທ່ຽວຊື່ດັງຂອງລາວ ເຊິ່ງມີໂປຣແກຣມທ່ອງທ່ຽວຫຼາຍຢ່າງທົ່ວປະເທດ.
ເບື້ອງຕົ້ນມີຂໍ້ມູນອອກມາວ່າ ກິດຈະກຳທ່ອງທ່ຽວໃໝ່ນີ້ຈະເປີດໃຫ້ບໍລິການໃນເດືອນກັນຍາ ແຕ່ເນື່ອງຈາກການກໍ່ສ້າງທີ່ຍັງບໍ່ທັນສຳເລັດຮຽບຮ້ອຍດີ ຈຶ່ງໄດ້ເລື່ອນກຳນົດການເປີດໃຫ້ບໍລິການໄປເປັນ 14th ທັນວາ 2019.
ສຳລັບສາຍລຸຍ ແລະ ມັກທ້າທາຍຄວາມສູງ ກໍຕ້ອງຈົດໄວ້ໃນລາຍການ ‘ບ່ອນທີ່ຕ້ອງໄປ’ ໄວ້ ແລ້ວເດີນທາງໄປສຳຜັດກັນເລີຍໃນເດືອນທັນວານີ້.
.
.
.
ທີ່ມາ: ພາບ: Inthy Deuansavanh ແລະ ທ່ານ Katarina Rosiak