
Pray for Lebanon ເກີດເຫດລະເບີດໃຫຍ່ທີ່ສຸດ ຢູ່ເມືອງຫຼວງຂອງ ປະເທດເລບານອນ
5th August 2020Pray for Lebanon ເກີດເຫດລະເບີດໃຫຍ່ທີ່ສຸດ ຢູ່ເມືອງຫຼວງຂອງ ປະເທດເລບານອນ ເຜີຍຕົວເລກຜູ້ເສຍຊີວິດລ່າສຸດ 78 ຄົນ ແລະ ບາດເຈັບ 4 ພັນ !!!
ໃນວັນທີ 4 ສິງຫາ 2020 ເວລາ 22:00 ຕາມເວລາບ້ານເຮົາ ໄດ້ເກີດເຫດລະເບີດຄັ້ງໃຫຍ່ທີ່ມີຄວາມຮຸນແຮງ ບໍລິເວນຊາຍຝັ່ງເມືອງເບຣຸດ ເມືອງຫຼວງຂອງປະເທດເລບານອນ.
.
ສຳນັກຂ່າວ CNN ເຜີຍວ່າ ເຫດການລະເບີດໃນຄັ້ງນີ້ອາດຈະມາຈາກໂຮງງານຜະລິດບັງໄຟດອກລະເບີດ ເຊິ່ງແຮງສັ່ນສະເທື່ອໄປໄກເຖິງ 10 ກິໂລແມັດ ແລະ ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ.
.
.
ເຜີຍຕົວເລກຜູ້ເສຍຊີວິດລ່າສຸດ ຈາກເຫດການລະເບີດໃຫຍ່ໃນຄັ້ງນີ້ ມີ 78 ຄົນ ແລະ ບາດເຈັບ 4 ພັນກວ່າຄົນ.