
ແມ່ຕູ້ອາໄສຢູ່ກ້ອງຂົວລຳພັງ ໄຮ້ທີ່ເພິ່ງ ວອນສັງຄົມກະຈາຍຂ່າວໃຫ້ລູກສາວຢູ່ນະຄອນຫຼວງວຽງຈັນຮູ້ຂ່າວ
5th August 2020ຜູ້ໃຊ້ເຟດບຸກ ຕຸລາ ຈັນທະວົງສໍ ໂພສພາບ ແລະ ຂໍຄວາມວ່າ:
ຄຣິບ
ປະຕິບັດວຽກສຳຫຼວດຂົວເກົ່າມື້ນີ້. ຢູ່ເມືອງຊຳເໜືອໄດ້ພົບ ຍີງແກ່ສາລາຄົນໜຶ່ງອາໃສນອນຢູ່ກ້ອງຂົວ. ເປັນບ່ອນລົບແດດລົມຝົນເຫັນແລ້ວເປັນຕາອິຕົນ ຂ້າພະເຈົ້າສອບຖາມເພີນວ່າຢູ່ບ້ານໃດ ເພີນບອກວ່າຢູ່ບ້ານສົບຮາວ
ເພີນຊື່ແມ່ຕູ້ ແສງ ບໍ່ຮູ້ນາມສະກູນ ແຕ່ຜູ່ກ່ຽວບອກວ່າເພີນມີລູກສາວຊື່ ນາງ ນ້ອຍ ເອົາຜົວຢູ່ນະຄອນຫຼວງວຽງຈັນ ຢູ່ບ້ານ ລາດຄວາຍ ເມືອງໄຊທານີ ຜູ້ກຽ່ວເຄີຍໄປຢູ່ນຳລູກແລ້ວເທືອໜຶ່ງ ແຕ່ຜູ້ກ່ຽວກັບມາຫົວພັນຍ້ອນວ່າຜົວຂອງຜູ້ກ່ຽວເຈັບປ່ວຍ ແລະ ໄດ້ເສຍຊີວິດແລ້ວ ຕົ່ນເອງເລີຍບໍ່ມີທີ່ເຜິ່ງ ແລະ ບໍ່ມີເງີນຈຶ່ງຕ້ອງໄດ້ມາອາໃສນອນຢູ່ຂົວແຫງນີ້.
ໂພດນີ້ເພືອຂໍ້ຄວນຊ່ວຍເຫຼືອຈາກສັງຄົມ ຖ້າໃຜຮູ້ຈັກລາວ ແລະ ລູກສາວລາວໃຫ້ສົ່ງຂາວບໍ່ແດ່ເດີພໍຊິໄດ້ຊ່ວຍເຫຼືອລາວໄດ້ 020 98077226 ເບີໂທຕິດຕໍ່
.