
ຍິນດີນຳ ອີ໊ດ ໂປ່ງລາງສະອອນ ໄດ້ລູກຊາຍຄົນທຳອິດແລ້ວ ! ແຂງແຮງ ສົມບູນ
31st July 2020ອ້າຍອີ໊ດໂປງລາງສະອອນ ວົງດັງຂອງເມືອງໄທ ລູກຫຼານໄທອີສານທີ່ກາລາສິນ ທັ້ງຊີວິດຂອງເພິ່ນພາຍຫຼັງເຂົ້າວົງການບັນເທິງກໍ່ທຸ່ມເທເຮັດວຽກຫາເງິນສະຖານດຽວ ຈົນລືມມື້ລືມວັນ ວັນເວລາໄດ້ລ່ວງເລີຍມາຮອດໄວ 41 ປີຈິ່ງໄດ້ແອນ້ອຍ ນາວາລູກຊາຍຫົວແກ້ວຫົວແຫວນຄົນທຳອິດ ງານນີ້ອ້າຍອີ໊ດເຖິງກັບຍີ້ມບໍຢຸດເລີຍ.
ຮັກຄົນນີ້ທີ່ສຸດເພິ່ນວ່າ ໄດ້ທາຍາດແລ້ວໃຫ້ຮັກກັນຫຼາຍຂຶ້ນເດີ້
ໂດຍເມຍອ້າຍອີ໊ດໄດ້ໃຫ້ກຳເນີດລູກຊາຍໃຫ້ເພິ່ນໃນວັນທີ 27 ກໍລະກົດຜ່ານມານີ້ເອງ ໜຸ່ມອິ໊ດອ້ຳອື້ງບໍຈັກບັນຍາຍຄວາມຮູ້ສຶກຈາກໃຈ ມີແຕ່ຂອບໃຈຄຸນພະຄຸນເຈົ້າ ຂອບໃຈເມຍທີ່ຮັກສຸດທີ່ຍອມຖືພາມາຕັ້ງ 9 ເດືອນ ແລະ ເກີດລູກຊາຍອອກມາໜ້າຮັກໜ້າຊັງຂາວຈົວະ!!!!ເພິ່ນວ່າ! ຈັ່ງໃດກໍ່ຍິນດີນນຳເດີ້ ຂໍໃຫ້ແຂງແຮງທັງແມ່ແລະລູກ.
ຫວານກັນຈົນເຂົ້າຫ້ອງເກີດພຸ້ນລະ
ແອັດແອບໄປສ່ອງເບິ່ງເຟສເພິ່ນ ພາຍຫຼັງເກີດລູກແລ້ວມີເພື່ອນມິດສະຫາຍແວ່ວຽນກັນໄປມອບຂອງຂັວນແກ່ໜຸ່ມອີ໊ດກັບເມຍຢ່າງບໍ່ຂາດສາຍ ສຳລັບພໍ່ແລ້ວເພິ່ນຄືຊິທຳມະດາ ແຕ່ແມ່ທີ່ໃຫ້ກຳເນີດລູກໃໝ່ໆຄົງເມື່ອຍຮັບແຂກບໍ່ທຳມະດາເລີຍລະ!!!
ເພິ່ນມາສະແດງຄວາມຍິນດີນຳ
ກ່ຽວກັບໜຸ່ມອິ໊ດໂປງລາງສະອອນແມ່ນເພິ່ນແຈ້ງເກີດໃນລາຍການຕີສິບ ຊ່ວງດັນດາລາ ຂອງຊ່ອງ3 ຫຼັງຈາກມາປະກວດຊະນະຮ້ອງເພງແລ້ວ ມີຜູ້ຕິດຕາມລາຍການຈຳນວນບໍ່ໜ້ອຍຮຽກຮ້ອງທາງລາຍການໃຫ້ເອົາໜຸ່ມຄົນນີ້ກັບມາໃໝ່ ເພາະຢາກເຫັນລີລາວາດຮ້ອງ ໃນແບບເປັນເອກະລັກຂອງເພິ່ນເຮັ່ງ ຫຼັງຈາກນັ້ນທາງລາຍການ ດັນລາລາກໍ່ຕິດຕໍ່ກັບໄປ ແລະໜຸ່ມອິ໊ດກໍ່ບໍ່ປະຕິເສດກັບມາສະແດງຮອບສອງ ຈິ່ງໄດ້ເຊັນສັນຍາກັບຄ້າຍເພງດັງຂອງໄທ ອາສະຫຍາມມາຮອດປະຈຸບັນ.
ນ້ອງນາວາ ທາຍາດໂປງລາງໜ້າຮັກໜ້າຊັງເດ ພໍ່ປື້ມສຸດໆເກີດມາປຸບຕ້ອງບັນທຶກໄວ້ກ່ອນ
.
ຈາກ:www.laothai.net