
ແຕ່ງຕັ້ງເຈົ້າເມືອງ 11 ເມືອງ ຢູ່ແຂວງວຽງຈັນ
30th July 2020ກອງປະຊຸມສະໄຫມສາມັນ ເທື່ອທີ 9 ຂອງສະພາປະ ຊາຊົນແຂວງວຽງຈັນ ຊຸດທີ I ທີ່ຈັດຂຶ້ນໃນລະຫວ່າງວັນທີ 28-29 ກໍລະກົດ 2020 ໄດ້ພິຈາລະນາຮັບຮອງເອົາການສະເໜີຂອງ ທ່ານ ຄຳພັນ ສິດທິດຳພາ, ກຳມະການສູນ ກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ກ່ຽວກັບການແຕ່ງຕັ້ງເຈົ້າເມືອງ 11 ເມືອງຂອງແຂວງວຽງຈັນ ດັ່ງມີລາຍຊື່ລຸ່ມນີ້:
1 ທ່ານ ພອນແກ້ວ ຂຸນພົນ ກໍາມະການພັກແຂວງ ເລຂາ
ພັກເມືອງ ເປັນເຈົ້າເມືອງໆວຽງຄຳ.
2 ທ່ານ ສົມປະສົງ ສຸວົງຄໍາຈັນ ກຳມະການພັກແຂວງ
ເລຂາພັກເມືອງ ເປັນເຈົ້າເມືອງໆໂພນໂຮງ.
3 ທ່ານ ເທບພະໄທ ແກ້ວເຂັມເພັດ ກຳມະການພັກແຂວງ
ເລຂາພັກເມືອງ ເປັນເຈົ້າເມືອງໆແກ້ວອຸດົມ.
4 ທ່ານ ພູວອນ ບຸນວິໄລ ກຳມະການພັກແຂວງ ເລຂາພັກ
ເມືອງ ເປັນເຈົ້າເມືອງໆໝື່ນ.
5 ທ່ານ ນາງ ວົງເດືອນ ວັຕຕະ ໂສ ເລຂາພັກເມືອງ ເປັນ
ເຈົ້າເມືອງໆທຸລະຄົມ,
6 ທ່ານ ວອນ ວໍລະສານ ເລຂາພັກເມືອງ ເປັນເຈົ້າເມືອງໆ
ຫີນເຫີບ.
7 ທ່ານ ບຸນຈັນ ມາລາວົງ ເລຂາພັກເມືອງ ເປັນເຈົ້າ
ເມືອງໆວັງວຽງ.
8 ທ່ານ ສີທົນ ແສງພະຈັນ ເລຂາພັກເມືອງ ເປັນເຈົ້າ
ເມືອງໆກາສີ.
9 ທ່ານ ຄໍາປ່ຽນ ແສງສະຫວັດ ເລຂາພັກເມືອງ ເປັນເຈົ້າ
ເມືອງໆແມດ.
10 ທ່ານ ຄຳເພັດ ຈັນສົມພູ ເລຂາພັກເມືອງ ເປັນເຈົ້າ
ເມືອງໆເຟືອງ.
11. ທ່ານ ສະໝານ ວິເສດຍະພົງສ໌ ເລຂາພັກເມືອງ ເປັນ
ເຈົ້າເມືອງໆຊະນະຄາມ.
ການພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງເຈົ້າເມືອງ 11 ເມືອງຂອງແຂວງ ດ້ວຍການປ່ອນບັດລົງຄະ ແນນສຽງທັງໝົດ 31 ສຽງ ໃນນີ້ມີຄະແນນສຽງເຫັນດີໄດ້ຫຼາຍກວ່າເຄິ່ງໜຶ່ງຂຶ້ນໄປ ເຊີ່ງເທົ່າກັບ 87% ຂຶ້ນໄປ.
ຂ່າວ:ບຸນມາ ແກ້ວບຸດດາ.