
ໄຟໄຫມ້ຕະຫຼາດບ້ານ ແດນສະຫວັນ ເມືອງ ເຊໂປນແຂວງ ສະຫວັນນະເຂດ
27th July 2020ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue ລາຍງານວ່າ: ປະຈຸບັນວັນທີ 27/07/2020 ເວລາ 20:40 ໂມງ ໄດ້ເກີດໄຟໄຫມ້ຕະຫຼາດ ບ້ານ ແດນສະຫວັນ ເມືອງ ເຊໂປນແຂວງ ສະຫວັນນະເຂດ,
ປະຈຸບັນອີງຕາມລາຍງານເບື້ອງຕົນ ທາງເຈົ້າໜ້າທີ່ຕຳຫຼວດດັບໄຟ ກຳລັງໃຫ້ການຊ່ວຍເຫຼືອ ເນື່ອງຈາກໄຟໄດ້ໄຫມ້ໄປບໍລິເວນກວ້າງ ເສຍຫາຍຫຼາຍສົມຄວນ.
ອີງຕາມວີດີໂອໄລສົດຂອງ Ketsoulinh Sengsouliya ເຫັນວ່າໄຟໄຫມ້ຢ້າງຮຸນແຮງແລະມີສຽງແຕກຂຶ້ນເປັນໄລຍະ
ສ່ວນລາຍລະອຽດແນວໃດຈະລາຍງານໃຫ້ຊາບເພີ່ມຕື່ມ