
ອັນຕະລາຍກວ່າທີ່ຄິດ ຂີ້ເຫຍື້ອພລາສຕິກ
26th November 2019ເປັນເລື່ອງທີ່ໜ້າເສົ້າໃຈແທ້ໆ! ສຳລັັບເລື່ອງລາວ ທີ່ເກີດຂຶ້ນຢູ່ປ່າສະຫງວນແຫ່ງຊາດ ຂຸນສະຖານ ແຂວງ ນ່ານ ທີ່ປະເທດໄທ.ໂດຍອີງຕາມລາຍງານຈາກກົມອຸທະຍານແຫ່ງຊາດສັດປ່າ ແລະ ພັດພືດໃຫ້ຮູ້ວ່າ ມີກວາງໂຊກຮ້າຍ ທີ່ອາໄສຢູ່ບໍລິເວນປ່າສະຫງວນ ໄດ້ກືນກິນຖົງຢາງພລາສຕິກ ເຂົ້າໄປ ແລ້ວຕາຍ.
ພາຍຫຼັງ, ເຈົ້າໜ້າທີ່ໄດ້ຜ່າອະໄວຍະວະພາຍໃນພົບຂີ້ເຫຍື້ອພລາສຕິກ ຈຳນວນ 7 ກິໂລ ເຊິ່ງປະກອບມີ: ຊອງກາເຟ, ຊອງເຄື່ອງປຸງໝີ່, ຖົງຢາງພລາສຕິກ, ຖົງດຳ, ຖົງມືຢາງ, ຜ້າເຊັດມື, ໂສ້ງຊ້ອນຊາຍ ແລະ ເຊືອກຟາງ.
ບັນຫາການຖິ້ມຂີ້ເຫຍື່ອຊະຊາຍ ໂດຍສະເພາະຂີ້ເຫຍື່ອພລາສຕິກ ບາງຄົນ ອາດຄິດວ່າ ການຖິ້ມຂີ້ເຫຍື້ອ ອາດບໍ່ມີຜົນກະທົບຫຍັງ ຕໍ່ພວກເຂົາ, ແຕ່ອີກຫຼາຍຮ້ອຍຊີວິດ ທີ່ນໍາໃຊ້ປະໂຫຍດຈາກທໍາມະຊາດ ແລະ ຊອກຫາກິນໄປແຕ່ລະມື້ ແມ່ນໄດ້ຮັບຜົນກະທົບໂດຍກົງ ແລະ ຮ້າຍແຮງທີ່ສຸດ ຈາກການຖິ້ມຂີ້ເຫຍື້ອ!!!
ສະນັ້ນ, ຈຶ່ງຂໍໃຫ້ທຸກໆທ່ານ ຈົ່ງຊ່ວຍກັນຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການໃຊ້ຖົງຢາງພລາສຕິກ ແລະ ຫ້າມຖິ້ມຂີ້ເຫຍື້ອຊະຊາຍ ເພາະມັນເປັນການທຳລາຍສິ່ງແວດລ້ອມ ແລະ ສ້າງມົນລະພິດທາງອາກາດນຳອີກ.
Cr: ກົມອຸທະຍານແຫ່ງຊາດສັດປ່າ ແລະ ພັດພືດ